ສູນ​ຈີນ-ອາ​ຊຽນກັບ​ອົງການ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາທິການ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຈັດ​ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດ້ານ​ການ​ຮ່ວມ​ມື​ຢູ່​ໄທ

(GMT+08:00) 2013-08-14 12:31:44     cri
ຕາມ​ຂ່າວCRI:ວັນ​ທີ13ສິງຫາ​ນີ້, ສູນ​ຈີນ-ອາ​ຊຽນກັບ​ອົງການລັດຖະມົນຕີ​ວ່າການ​ກະຊວງ​ສຶກສາທິການ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ຫຼືSEAMEOໄດ້ຈັດ​ພິທີ​​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດ້ານ​ການ​ຮ່ວມ​ມື​ຢູ່​ນະຄອນ ຫຼວງບາງກອກ​ຂອງ​ໄທ. ທ່ານ​ໝາ ມິ​ງ ຊຽງ, ​ເລຂາທິການ​ໃຫຍ່​ຂອງສູນ​ຈີນ-ອາ​ຊຽນ​ແລະ​ທ່ານ​ດຣ. ວິ​ທະຍາ ຈີຣະ​ແດ​ຊາ​ກຸນ, ​ເລຂາທິການ​ໃຫຍ່​ຂອງ​ອົງການSEAMEO​ໄດ້​ເຂົ້າ​ຮ່ວມ​ພິທີ​ແລະ​ລົງ​ນາມ​ໃນ​ຄັ້ງ​ນີ້.

ສູນ​ຈີນ-ອາ​ຊຽນກັບອົງການSEAMEOໄດ້​ສ້າງການ​ພົວພັນ​ດ້ານ​ການ​ຮ່ວມ​ມືຢ່າງ​ເປັນ​ທາງ​ການ​ນັບ​ແຕ່ ເດືອນພຶດ​ສະພາ​ປີ2012​ເປັນຕົ້ນມາ, ​ໃນ​ຖານະ​ເປັນ​ອົງການ​ປະສານ​ງານ​ທີ່​ດຳ​ເນີນ​ການ​ຮ່ວມ​ມື​ລະ ຫວ່າງ​ຈີນ​ກັບ​ອາ​ຊຽນອົງການ​ດັ່ງກ່າວອອກ​ແບບ​ແລະ​ຊຸກຍູ້​ໂຄງການ​​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ​, ວັດທະນະທຳ​ແລະ​ອື່ນໆ. ​ໃນ1ປີກວ່າ​ທີ່​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ທີ່​ຈັດ​ຂຶ້​ນ​ຮ່ວມ​ກັນ​ເປັນ​ປະຈຳ, ​ແລະ​ໄດ້ຮ່ວມ​ກັນ​ເຂົ້າ​ຮ່ວມ​ກິດຈະກຳ​ສັບປະດາ​ດ​ແລກປ່ຽນ​ດ້ານ​ການ​ສຶກສາ​ຈີນ-ອາ​ຊຽນຄັ້ງ​ທີ5ທີ່​ຈັດ​ຂຶ້ນ​ໂດຍ​ກະຊວງ​ການ​ສຶກສາ​ທິການ​ຂອງ​ຈີນ, ​ໂດຍ​ແມ່ນ​ພະ​ແນ​ກສຶກສາ​ທິການແຂວງ​ກຸຍ ​ໂຈ່​ວ​ເປັນ​ເຈົ້າພາບ​ໃນ​ເດືອນ​ກັນ​ຍາປີ2012. ຫຼັງ​ຈາກ​ນັ້ນ, ສອງ​ຝ່າຍ​ຍັງ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່ເປັນ​ເອກະ​ພາບ​ກັນກ່ຽວ​ກັບ​ການ​ຮ່ວມ​ກັບ​ພະ​ແນ​ກ​ສຶກສາ​ທິການແຂວງ​ກຸຍ​ໂຈ່​ວ​ຈັດ​ກິດຈະກຳ​ສັບປະດາ​​ການ​ແລກປ່ຽນ​ດ້ານ​ການ​ສຶກສາຈີນ-ອາ​ຊຽນ, ​​ເຊິ່ງ​ໄລຍະ​ຜ່ານ​ມາໄດ້​ຈັດ​ກອງ​ປະຊຸມ​ຮ່ວມ3ຝ່າຍ​ຄັ້ງ​ທຳ​ອິດ​ແລະ​ໄດ້​ສ້າງຕັ້ງ​ຄະນະ​ກຳມະການ​ຮ່ວ​ມ3ຝ່າຍຂຶ້ນ, ​ເຊິ່ງມີ​ຈຸດປະສົງ​ເພື່ອ​ສ້າງ​ກຳລັງ​​ແຮງຮ່ວມ, ​ເພື່ອ​ສະໜອງ​ການ​ບໍລິການ​ແລະ​ສະໜັບສະໜູນ​ໃຫ້​ກິດຈະກຳ​ສັບປະດາ​ດ​ແລກປ່ຽນ​ສຶກສາ​ຈີນ-ອາ​ຊຽນ, ຊຸກຍູ້​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັນລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ.

​ວັນ​ທີ23​​ພຶດສະພາ2013, ກອງ​ປະຊຸມ​ປະສານ​ງານ​ລະຫວ່າງສູນ​ຈີນ-ອາ​ຊຽນກັບອົງການ SEAMEO​ ຄັ້ງ​ທຳ​ອິດ​ໄດ້​​ຈັດຂຶ້ນ​ຢູ່​ສູນ​ຈີນ-ອາ​ຊຽນ, ​​ແລະໄດ້​ບັນລຸ​ຄວາມ​ເຫັນທີ່​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ລາຍ​ລະອຽດຂອງ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດ້ານ​ກາ​ນຮ່ວ​ມມື​ທີ່​ສອງ​ຝ່າຍ​ຈະ​​ໄດ້​ເຊັນກັນ, ​ແລະ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​​ແນວ​ຄວາ​ມິດ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ເປັນລະບົບ.

SEAMEO​​ແມ່ນອົງການ​ສາກົນລະຫວ່າງ​ລັດຖະບານ​ທີ່​ມີ​ລັກສະນະ​ພາກ​ພື້ນ​ແຫ່ງ​ໜຶ່ງ, ​ສ້າງ​ຕັ້ງ​ຂຶ້ນ​ຮ່ວມ​ໂດຍ​ລັດຖະບານ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ປີ1965, ​ເຊິ່ງມີ​ຈຸດປະສົງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ວິທະຍາສາດ, ​ແລະວັດທະນະທຳ​ລະຫວ່າງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ນີ້.