ປະທານາທິບໍດີ​ມຽນມາ​ກ່າວ​ເນັ້ນ​ວ່າ​ຈະ​ສືບ​ຕໍ່​ຊຸກຍູ້​ຂະ​ບວນການຄວາມ​ປອງ​ດອງ​ຊາດ

(GMT+08:00) 2013-08-15 14:57:25     cri
ຕາມ​ຂ່າວCRI:ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ໃນວັນ​ທີ14ສິງຫາ​ນີ້, ທ່ານ​ເທ​ນ ​ເຊັນ, ປະທານາທິບໍດີ​ມຽນມາ​ໄດ້​ກ່າວ​ເນັ້ນ​ວ່າ​ຈະ​ສືບ​ຕໍ່​ຊຸກຍູ້​ຂະ​ບວນການຄວາມ​ປອງ​ດອງ​ຊາດ, ​ເພື່ອ​ບັນລຸ​ສັນຕິພາບ​ແລະຄວາມ​ສະຫງົບດ້ານ​ການ​​ເມື​ອງພາຍ​ໃນ​ປະ​ເທດ.

ໂທລະພາບ​ແຫ່ງ​ຊາດ​ມຽນມາລາ​ຍງານ​ວ່າ, ​ທ່ານ​ເທັ​ນ ​ເຊັນ​ໄດ້​ກ່າວ​ໃນ​ກິດຈະກຳ​​ເທື່ອ​ໜຶ່ງຂອງ​ລັດຖະບານ​​​ໃນ​ມື້​ດຽວ​ກັນ​ວ່າ, ລັດຖະບານ​ໄດ້​ເຊັນ​ສັນຍາ​ຢຸດ​ຍິງ​ກັບ​ກອງ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ13ກອງ, ​ແລະ​ອີກ​ບໍ່​ດົນຂ້າງ​ໜ້າ​ອາດ​ຈະ​ເຊັນ​ສັນຍາ​ຢຸດ​ຍິງ​ກັບ​ກອງ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທັງ​ໝົດ. ​ເພື່ອ​ບັນລຸ​ສັນຕິພາບຖາວອນພາຍ​ໃນ​ປະ​ເທດ, ລັດຖະບານ​ຈະ​ພະຍາຍາມ​ຊຸກຍູ້​ດຳ​ເນີນ​ການເຈລະຈາ​ທາງ​ການ​ເມືອງ​ກັບກອງ​ປະກອບ​ອາວຸດ​ຊົນ​ເຜົ່າສ່ວນ​ໜ້ອຍ.

ທ່ານ​ເທັນ ​ເຊັນ​ກ່າວ​ວ່າ, ​ໃນ​ອາຍຸ​ຕຳ​ແໜ່​ງທີ່​ຍັງ​ເຫຼືອ​ເປັນ​​ເວລາ30​ເດືອນ​ໃນ​ຕໍ່ໜ້າ​ນີ້ລັດຖະບານສະ​ໄໝ​ນີ້​ຈະ​​ຖື​ວຽກ​ງານ​ໃນ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ເປັນ​ວຽກ​ງານ​ຈຸດ​ສຸມ​ໃຫ້​ບູລິ​ມະ​ສິດ​ຕໍ່​ການພັດທະນາ​ໂຄງການ​ນ້ຳ​ດື່ມ​ຂອງ​ປະຊາຊົນ​, ​ພະລັງ​ງານໄຟຟ້າ, ຄົມມະນາຄົມຂົນ​ສົ່ງ​ແລະ​ໂຄງການ​ປະກອບ​ອາຊີບ. ທ່ານ​ຍັງ​ເຕືອນ​ໃຫ້​ເຈົ້າ​ໜ້າ​ທີ່​ທຸກ​ຂັ້ນ​ຂອງ​ລັດຖະບານ​ຄວນເພີ່ມ​ທະວີ​ຄວາມ​ຮັບຜິດຊອບ, ລະຫວ່າງ​ພາກສ່ວນຕ່າງໆ​ຕ້ອງ​ມີ​ການ​ແບ່ງ​ງານ​ຢ່າງ​ຈະ​ແຈ້ງ, ກໍ​ຕ້ອງ​ປະສານ​ງານ​ແລະ​ຮ່ວມ​ມື​ກັນ.