ຟີ​ລິບ​ປີນ​​ກັບອາ​ເມ​ລິ​ກາ​​ຈັດການ​ເຈລະຈາ​ຮອບ​ທຳ​ອິດ​ກ່ຽວ​ກັບ​ການ​ເປີດ​ກວ້າງ​ການປະຈຳການ​ຂອງທະຫານ​ອາ​ເມ​ລິ​ກາຢູ່​ຟີ​ລິບ​ປີນ

(GMT+08:00) 2013-08-15 14:58:08     cri
ຕາມ​ຂ່າວCRI:ວັນ​ທີ14ສິງຫາ​ນີ້, ຜູ້​ແທນ​ຂອງຟີ​ລິ​ບປີນ​ແລະ​ອາ​ເມ​ລິ​ກາ​ໄດ້ຈັດການ​ເຈລະຈາ​ຮອບ​ທຳ​ອິດ​ກ່ຽວ​ກັບ​ສັນຍາ​ຂອບ​ການ​ເປີດ​ກວ້າງ​ການ​ປະຈຳການຂອງ​ທະຫານ​​ອາ​ເມ​ລິ​ກາຢູ່​ຟີ​ລິບ​ປີນ.

ການ​ເຈລະຈາ​ທີ່​​ດຳ​ເນີນ​ເປັນ​ເວລາ1ວັນ​​ໃນ​ຄັ້ງ​ນີ້ໄດ້​ຈັດ​ຂຶ້ນຢູ່​​ເມືອງກູ​ຊອນຂອງ​​ເຂດ​​ເມ​ໂຕຼ ມາ​ນີລາ​ຂອງ​ຟີ​ລິບ​ປີນ. ຫົວໜ້າຜູ້​ແທນ​ການ​ເຈລະຈາ​​ຂອງ​ຟີ​ລິບ​ປີນ​ແມ່ນ​ທ່ານ ຄາ​ໂລສ ​​ໂຊເຣຕາ, ລັດຖະມົນຕີ​​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີລິ​ປີນ, ຫົວໜ້າຜູ້​ແທນ​ການ​ເຈລະຈາ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ທ່ານ​ເອຣິຄ ​ຈອນ, ທີ່​ປຶກສາ​ຂັ້ນ​ສູງ ​ທີ່​ຮັບຜິດຊອບ​ການ​ເຈລະຈາ​ວຽກ​ງານ​ຄວາມ​ປອດ​ໄພຂອງ​ລັດຖະບານ​ອາ​ເມ​ລິ​ກາ, ທ່ານ​ເຄີຍ​ເຂົ້າ​ຮ່ວມ​ການສ້າງ​ຮ້າງ《ສັນ​ບາກ​ອງທັບ​ຢ້ຽມຢາມ》ລະຫວ່າງ​ອາ​ເມ​ລິ​ກາ​ແລະ​ຟີ​ລິບ​ປີນ.

​ໃນ​ມື້​ຈັດ​ການ​ເຈລະຈາດັ່ງກ່າວ, ມີ​ປະຊາຊົນ​ຟີ​ລິບ​ປີນ​ຈຳນວນ​ໜຶ່ງ​ໄດ້​ຈັດ​ການປະ​ທ້ວງ​ຢູ່ຕໍ່​ໜ້າ​​ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ຟີ​ລິບ​ປີນ, ຜູ້​ປະ​ທ້ວງ​ໄດ້ຮຽກຮ້ອງ​ໃຫ້​ຍົກ​ເລີກ<ສັນຍາ​ກອງ​ທັບ​ຢ້ຽມຢາມ>, ຄັດຄ້ານ​ແຜນການ​ລັດຖະບານ​ຟີ​ລິບ​ປີນ​ທີ່ເຊື້ອ​ເຊີນ​ໃຫ້​ກອງທັບ​ອາ​ເມ​ລິ​ກາ​ກັບ​ຄືນ​ສູ່​ຖານ​ທັບ​​ຟີ​ລິບ​ປີນ​. ຟີ​ລິ​ບປີນ​​ແລະ​ອາ​ເມ​ລິ​ກາ​ຈະ​ຈັດການ​ເຈລະຈາ4ຮອບ​ກ່ຽວ​ກັບ​ສັນຍາຂອບ​ການ​ເປີດ​ກວ້າງ​ການ​ປະຈຳ​ການຂອງ​ທະຫານ​​ອາ​ເມ​ລິ​ກາຢູ່​ຟີ​ລິບ​ປີນ, ​ແລະພະຍາຍາມ​​ເຈລະຈາໃຫ້​ສຳ​ເລັດ​ຜົນ​ກ່ອນ​ທ້າຍ​ປີ​ນີ້.