ກອງ​ປະຊຸມ​ບໍ່​ເປັນທາງການ​ຂອງ​ລັດ​ຖະ​ມົນຕີ​ການ​ຕ່າງປະ​ເທດຂອງ​​ອາ​ຊຽນ​ໄດ້ຈັດ​ຂຶ້ນ​ຢູ່​​ເມືອງ ​ຫົວ​ຫີນຂອງ​ປະ​ເທດ​ໄທ

(GMT+08:00) 2013-08-15 14:38:03     cri

ວັນ​ທີ 14 ສິງຫານ​ນີ້,ລັດ​ຖະ​ມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດຂອງບັນດາ​ປະເທດອາຊຽນໄດ້ເດີນທາງໄປຮອດເມືອງຫົວຫີນຂອງປະ ເທດໄທເພື່ອເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງ​ລັດ​ຖະ​ມົນຕີ​ການ​ຕ່າງປະ​ເທດອາ​ຊຽນ.ກອງ​ປະຊຸມຄັ້ງ​ນີ້​ໄດ້​ບັນລຸ​ຄ​ວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​​ໃນ​ການ​ຊຸກ​ຍູ້​ການສ້າ​ງກົດ​ແຫ່ງການປະ​ພຶ​ດ​​ໃນ​ທະ​ເລຈີນ​ໃຕ້ຫລືCOC.

​ທ່ານ​ ສຸຣະ​ພົງ ໂຕ​ວິຈັກ​​ໄຊ​ກຸນ ​ຮອງ​ນາ​ຍົກ​ລັດຖະ​ມົນ​ຕີ ​​ທັງ​ເປັນລັດ​ຖະ​ມົນຕີວ່າການກະຊວງການຕ່າງປະເທດໄທ, ປະທານຂອງກອງປະ ຊຸມຄັ້ງນີ້ກ່າວວ່າ,ຈີນໄດ້ມີທ່າທີອັນຕັ້ງໜ້າ​ແລະ​ມີ​ລັກ​ສະ​ນະ​ສ້າງສັນໃນບັນຫາທະ​ເລຈີນ​ໃຕ້ ​ຄື​​ໄດ້​ສະ​ເໜີການປຶກສາ​ຫາລືກັບປະເທດອາຊຽນ ກ່ຽວກັບການ​ເຮັດ​ແນວ​ໃດ​​ເພື່ອ​ສາມາດ​ຊຸກຍູ້​ການ​ສ້າງກົດ​ແຫ່ງການ​ປະພຶດໃນ​ທະ​ເລຈີນ​ໃຕ້,ຫວັງວ່າຈະ​ໄດ້​ຮັບຜົນທີ່​ເປັນ​ຮູບ​ປະ​ທໍາ​ໂດ​ຍ​​ໄວ.ທ່ານ​ມາ​ຕີ ​ນາ​ຕາ​ເລ​ກາ​ວາ ລັດຖະມົນຕີວ່າການກະຊວງ​ການ​ຕ່າງປະ​ເທດອິນ​ໂດ​ເນ​ເຊຍກ່າວ​ວ່າ ຫວັງ​ວ່າການ​ສ້າ​ງCOCຈະ​ສາມາດເພີ່ມ​ທະວີ​ຄວາມ​​ໄວ້​ເນື້ອ​​​ເຊື່ອໃຈ​ເຊິ່ງກັນ​​ແລະ​ກັນ​,ຫລີກ​ເວັ້ນຄວາ​ມ​ຂັດ​ແຍ່ງກັນ​ແລ​ະສາມາດ​ແກ້​​ໄຂ​ບັນຫາ​ທີ່​ມີ​ຢູ່ໃນ​ປັດຈຸບັນ.

​ນອກຈາກລັດ​ຖະ​ມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດກໍ​າປູ​ເຈຍທີ່ບໍ່ໄດ້​ເຂົ້າ​ຮ່ວມ​ກ​ອງປະຊຸມ​ຄັ້ງ​ນີ້​ຍ້ອນ​ວຽກງານ​ພາຍ​ໃນ​ປະ​ເທດຕົນ​​ແລ້ວ,ລັດ​ຖະ​ມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດຂອງ​ປະ​ເທດ​ອື່ນໆ​ໃນອາ​ຊຽນ​ຕ່າງ​ກໍໄດ້​ເຂົ້າ​ຮ່ວມ​ກ​ອງປະຊຸມ​ຄັ້ງ​ນີ້. ການ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ກະກຽມ​ໃຫ້​ແກ່ກອງ​ປະຊຸມລັດ​ຖະ​ມົນຕີ​​ການ​ຕ່າງປະ​ເທດຈີນ-​ອາ​ຊຽນສະ​ໄໝ​ວິສາມັນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫລວງ​ປັກ​ກິ່ງ.