ໄທ​ຈະ​ຈັດ​ເວ​ທີ​ປຶກສາ​ຫາລື​​ເພື່ອ​ປຶກສາ​ຫາລື​ທິດ​ການ​ປະຕິ​ຮູບ​ດ້ານ​ການ​ເມຶ​ອງໃນ​ເດືອນ​ໜ້າ​

(GMT+08:00) 2013-08-15 17:07:16     cri

ວັນ​ທີ14ສິງຫານີ້,ສື່​ມວນ​ຊົນ​ໄທ​ລາຍ​ງານ​ວ່າ,ລັດຖະບານ​​ໄທ​ຈະ​ຈັດເວ​ທີ​ປຶກສາ​ຫາລືກ່ຽວ​ກັບການປະຕິ​ຮູບ​ດ້ານ​ການ​ເມຶ​ອງ​ໃນວັນ​ທີ2ກັນຍາໜ້າ​ນີ້​ເພື່ອ​ປຶກສາ​ຫາລື​ທິດ​ການ​ພັດທະນາ​ດ້ານ​ການ​ເມຶ​ອງຂອງ​​ໄທ​ໃນ​ຕໍ່ໜ້າ.


ທ່ານ​ນາງ​ ຍິ່ງລັກ ຊິນນະ​ວັດ​ນາ​ຍົກ​ລັດຖະມົນຕີ​ໄທກ່າວ​ວ່າ,ພາຍຫລັງ​ເວ​ທີ​ປາ​ໄສ​ໄດ້ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບັນຫາ​ການ​ປະຕິ​ຮູບດ້ານ​ການ​ເມຶ​ອງ​ແລ້ວ,ຈ​ະສ້າງ​ຄະນະ​ກໍາມະການ​ການ​ປະຕິ​ຮູບດ້ານ​ການ​ເມຶ​ອງ ​ແລ​ະສະ​ເໜີ​​ແນວທາງການ​ປະຕິ​ຮູບ​ດ້ານ​ການ​ເມຶ​ອງທີ່​ຈະ​ແຈ້ງ​​ໃນ​ເວລາ​ປະມານ​ສອງຫາ​ສາມ​ເດືອນຂ້າງ​ໜ້ານ​ນີ້.


ວັນ​ທີ13ສິງຫານີ້,ທ່ານ​ນາງ​ ຍິ່ງລັກ ຊິນນະ​ວັດ​​​ໄດ້​ເຊີນ​ທ່ານ​ອະພິສິດ ​ເວດ​ຊະ​ຊີວະ ຫົວໜ້າ​ພັກ​ປະຊາທິປັດທີ່​ເປັນ​ພັກ​ຝ່າຍ​ຄ້ານ​​ໃຫຍ່​ກວ່າໝູ່​ຂອງ​ໄທ​ເຂົ້າ​ຮ່ວ​ມ​ໃນ​ເວ​ທີ​ນີ້.​ແຕ່​ວ່າພັກ​ຝ່າຍ​ຄ້ານມີ​ທ່າ​ທີ​ຄັກ​ຄ້ານຕໍ່ເວ​ທີດັ່ງກ່າວ​ນີ້.


ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດຖະບານໄທກ່າວວ່າ,ໃນປັດຈຸບັນນີ້,ບຸກຄົນທີ່ມີຊື່ສຽງຂອງ​ໂລກຫລາຍ​ຄົນ​ໄດ້​ຮັບ​ການ​ເຊື້ອ​ເຊີນ​​ໃຫ້ເຂົ້າ​ຮ່ວ​ມ​ເວ​ທີປຶກສາ​ຫາລືດັ່ງກ່າວ​ເຊັ່ນທ່ານ​ ໂຕນີ ​ແບຼ ​ອະດີດນາຍົກລັດຖະມົນຕີ​​ອັງກິດ,ທ່ານ​​​ອັກຕິ​ສະລີ ອະດີດ​ປະທານາທິບໍດີ​ແຟງ​ລັງ.