6 ຄົນເສຍ​ຊີວິດ​ໃນ​ເຫດມິນ​ລະ​ເບີດທີ່ກຳປູ​ເຈຍ​

(GMT+08:00) 2013-08-16 10:54:13     cri

ຕອນ​ຮຸ່ງ​ເຊົ້າວັນ​ທີ 14 ສິງຫາ​ນີ້, ຢູ່​ແຂວງ​ແປຣວີ​ເຮ​ຍ ກຳປູ​ເຈຍ ​ເກີດ​ເຫດລົດ​ຕັກ​ເຕີ​ຄັນ​ໜຶ່ງ​​ຢຽບ​ມິນ​ແລ້ວ​ລະ​ເບີດຂຶ້ນ, ​ເຮັດ​ໃຫ້​ມີ 6 ຄົນ​ເສຍ​ຊີວິດ, 1 ຄົນ​ບາດ​ເຈັບ​ສາຫັດ.

ຫົວໜ້າ​ພະ​ແນ​ກ​ຕຳຫຼວດ​ແຂວງ​ແປຣວີ​ເຮ​ຍກຳປູ​ເຈຍ ກ່າວ​ວ່າ: ບ່ອນ​ເກີດ​ມິນ​ລະ​ເບີດ​ແຕ່​ກ່ອນ​ແມ່ນ​ເຂດ​ສະໜາມຮົບ​ເກົ່າ, ທະຫານ​ໄດ້​ຝັງ​ມິນ​ຢູ່​ໃຕ້​ດິນ​ຢ່າງຫຼວງຫຼາຍ, ຈົນ​ຮອດ​ປັດຈຸບັນ​ກໍ​ຍັງ​ບໍ່​ສາມາດ​ເກັບ​ກູ້​​ໃຫ້​ໝົດ​ໄດ້​ເທື່ອ.

ກຳປູ​ເຈຍ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ມິນ​ຝັງ​ກະຈາຍ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ຍ້ອນ​ເກີດ​ສົງຄາມ​ເປັນ​ເວລາຫຼາຍປີ​ຕໍ່​ເນື່ອງ, ສະນັ້ນຈຶ່ງ​ໄດ້​ເກີດ​ເຫດ​ມິນ​ລະ​ເບີດ​ເປັນ​ປະຈຳ. ຕາມ​ຂໍ້​ມູນ​ສະຖິຕິ​ຂອງອົງການ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຂອງກຳປູ​ເຈຍສະ​ແດງ​ໃຫ້​ເ​ຫັນ​ວ່າ, ​ແຕ່​ປີ 1979 ຮອດ​ທ້າຍ​ເດືອນ​ມິຖຸນາ 2013, ​ເຫດການ​ມິນ​ລະ​ເບີດ​ຢູ່ກຳ​ປູ​ເຈຍ ​ໄດ້​ເຮັດ​ໃຫ້​ມີ 1 ໝື່ນ 9670 ຄົນ​ເສຍ​ຊີວິດ, 4 ໝື່ນ 4598 ຄົນ​​ໄດ້​ຮັບ​ບາດ​ເຈັບ, ລັດຖະບານ​ກຳປູ​ເຈຍ ຄາດ​ຄະ​ເນ​ວ່າ, ຈົນ​ຮອດ​ປີ 2020 ກຳປູ​ເຈຍຈຶ່ງສາມາດ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໃຫ້​ໝົດ​ໄປ.