ໂທລະພາບ​ຈີນ​ລາວ​ຈະ​ຮ່ວມ​ກັນຈັດ​ງານຄອນ​ເສີດ​ຕ້ອນຮັບບຸນ​ກຸດ​ຈີນ2014

(GMT+08:00) 2013-08-16 14:47:28     cri
ຕາມ​ຂ່າວCRI:ວັນ​ທີ15ສິງຫາ​ນີ້, ​ວິທະຍຸ​ແລະ​ໂທລະພາບ​ຢູນນານຈີນ​ແລະ​ໂທລະພາບ​ແຫ່ງ​ຊາດ​ລາວ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດ້ານ​ການ​ຮ່ວມ​ມື​ຢູ່​ນະຄອນຫຼວງ​ວຽງຈັນ​ຂອງ​ລາວ, ​ໂດຍ​ໂທລະພາບ​ສອງ​ແຫ່ງ​ຈະ​ຈັດ​ງານ​ຄອນ​ເສີດ​ຕ້ອນຮັບບຸນ​ກຸດ​ຈີນ​ປີ2014ຮ່ວມ​ກັນ​ຢູ່​ລາວ.

ງານຄອນ​ເສີດ​ຄັ້ງນີ້​ຈະ​ຈັດ​ຂຶ້ນ​ກ່ອນຈະ​ເຖິງ​ບຸນ​ກຸດ​ຈີນ​ປີ2014, ສະຖານ​ທີ່​ຈັດການສະ​ແດງ​ທີ່​ກຳນົດໃນ​ເບື້ອງ​ຕົ້ນ​ແມ່​ຫໍ​ປະຊຸມ​ແຫ່ງ​ຊາດ​ລາວ​ເຊິ່ງ​ເປັນ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ9ປີ2011. ຮອດ​ເວລາ​ນັ້ນ, ນັກສະ​ແດງ​ທີ່​ມາ​ຈາກ​ຈີນ​ແລະ​ລາວ​ຈະ​ຮ່ວມ​ກັນສະ​ແດງ​ຢູ່​ເທິງ​ເວທີ​ດຽວ​ກັນ, ​ເອົາ​ງານ​ຄອນ​ເສີດທີ່​ມີ​ວັດທະນະທຳ​ຈີນ​ແລະລາວ​ເຊື່ອມ​ໂຍງ​ເຂົ້າກັນ​​​ເພື່ອ​ໃຫ້​ຜູ້​ຊົມ​ສອງ​ປະ​ເທດ.ສາມາດ​ຮັບ​ຊົມ​ໄດ້​ພ້ອມ​ກັນ​ແລະ​ງານ​ດັ່ງກ່າວ​​ຈະ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ​ຂອງ​ສອງ​ປະ​ເທດ​ພ້ອມ​ກັນ.

ທ່ານ​ບຸນ​ຈອມ ວົງ​ເພັດ, ຜູ້ອຳນວຍການ​ໂທລະພາບ​ແຫ່ງ​ຊາດ​ລາວ​ກ່າວ​ໃນ​ເວລາ​ໃຫ້​ສຳພາດ​ວ່າ, ລາວ​ແລະຈີນ​ລາວ​ມີ​ການ​ພົວພັນ​ແບບ​ໄມຕີ​ຈິດ​ມິດຕະພາບ​ຢ່າງ​ເປັນ​ມູນ​ເຊື້ອ, ປະຈຸ​ບັນ​ນີ້​ມີ​ຄົນ​ຈີນ​ເດີນທາງ​ມາດຳ​ເນີນ​ທຸລະ​ກິດ​ແລະເຮັດ​ວຽກຢູ່​ລາວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ຄົນ​ລາວ​ກໍ່​ຫວັງ​ວ່າ​ຈະ​ສາມາດຮັບ​ຮູ້​ນຳ​ສາມາດການເທດ​ພ້ອມ​ກັນກັນ​ແລະ​ງານ​ດັ່ງກ່າວ​ວັດທະນະທຳ​ຈີນ​ໄດ້​ຕື່ມ​ອີກ, ​ໂທລະພາບ​ແຫ່ງ​ຊາດ​ລາວ​ຍິນ​ດີ​ຫຼາຍ​ທີ່​ໄດ້​ມີ​ໂອກາດ​ຈັດ​ງານ​ຄອນ​ເສີດ​ຮ່ວມເຊິ່ງມີ​ຈຸດປະສົງ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ​ກັບ​ໂທລະພາບ​ຈີນ, ກໍ່​ຫວັງ​ວ່າດ້ວຍ​ໂອກາດ​ນີ້ມີ​ຄົນ​ຈີນຈະ​ຮັບ​ຮູ້​ລາວ​ຫຼາຍ​ຂຶ້ນກວ່າ​ເກົ່າ.

ຕາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ທີ່ສອງ​ຝ່າຍ​ໄດ້​ເຊັນກັນ, ຊ່ອງ​ສາກົນ​ຂອງ​ວິທະຍຸ​ໂທລະພາບ​ຢູນນານ​ຈີນ​ທີ່​ຈະ​ເປີດນຳ​ໃຊ້​ໃນ​ໄວໆ​ນີ້​ຈະນຳ​ໃຊ້​ເວທີ​ຂອງ​ໂທລະພາບຊ່ອງ​ດີ​ຈີ​ຕອນຂອງ​ລາວ​​​ເພື່ອ​ອອກ​ອາກາດ​ໃນ​ປະ​ເທດລາວ, ​ເຊິ່ງຈະ​ເປັນ​ຊ່ອງ​ໂທລະພາບ​ຕ່າງປະ​ເທດ​ທີ່​ອອກ​ອາກາດ​ດ້ວຍ​ພາສາ​ລາວ​ແຫ່ງ​ທຳ​ອິດ​ຂອງ​ລາວ.