​ເມຶ​ອງສະ​ເໜ່ຂອງ​ງານ​ວາງສະ​​ແດງສິນຄ້າ​ຈີນ-​ອາຊຽນຄັ້ງ​ທີ10​ໄດ້​ຕົກລົງ​ແລ້ວ

(GMT+08:00) 2013-08-16 15:27:06     cri

ງານ​ວາງສະ​​ແດງສິນຄ້າ​ຈີນ-​ອາຊຽນຄັ້ງ​ທີ 10 ຈະຈັດຂຶ້ນ​ໃນ​ວັນ​ທີ3ຫາ​ວັນທີ6ກັນຍາໜ້າ​ນີ້​ທີ່​ເມືອງໜານໜິງແຂວງກວາງຊີຈີນ.ກອງເລຂາ ຂອງງານວາງສະແດງ ສິນຄ້າຈີນ-ອາຊຽນລາຍງານໃຫ້ຮູ້ວ່າ ປັດຈຸບັນນີ້,ເມຶອງສະເໜ່ຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ10 ໄດ້ຕົກລົງໝົດແລ້ວ,ວຽກ​ກະກຽມ​ເຂດວາງສະ​​ແດງ​ໃນຫົວຂໍ້ເມຶ​ອງສະ​ເໜ່​ເຊິ່ງເປັນການວາງສະ​​ແດງທີ່​​ໂດດ​ເດັ່ນ​ໃນ​ງານ​ວາງສະ​​ແດງຄັ້ງ​ນີ້​​ໄດ້​ດໍາ​ເນີນ​ໄປ​ຢ່າງ​ສະດວກ.


ເມຶ​ອງ​ສະ​ເໜ່ຂອງ​ງານ​ວາງສະ​​ແດງສິນຄ້າ​ຈີນ-​ອາຊຽນຄັ້ງ​ທີ10​ມີ​ດັ່ງ​ນີ້:​ເມືອ​ງໜານ​ໜິງຂອງ​ຈີນ,​ເມືອງບັນດາ​ເຊ​ລີ​ເບກາ​ວັນ​ຂອງ​ບຣູ​ໄນ,​ແຂວງ​ກໍາ​ປົງ​​ໂທມ​ຂອງ​ກໍ​າປູ​ເຈຍ,​ເຂດ​ພິ​ເສ​ດ​​​ຢອກ​ຢາ​ກາ​ຕາ​ຂອງ​ອິນ​​​ໂດ​ເນ​ເຊຍ,ນະຄອນຫລວງ​ວຽງ​ຈັນ​ຂອງ​ລາວ,​ເມືອງ​ໄອ​ໂພ​ຂອງ​ມາ​ເລ​ເຊຍ,​ ເມືອງ ກາ​ວພິວຂ​ອງມຽນມາ,​ແຂວງອີຊາ​ເບ​ລາຂອງ​ຟິລິບ​ປິນ,ນະ​ຄອນສິງກະ​​ໂປຂອງ​ປະ​ເທ​ດສິງ​ກະ​​ໂປ,ຈັງຫວັດຕຼາດຂອງ​ໄທແລະແຂວງ​ບິງ​ດິງ​ຂອງ​ຫວຽດນາມ.


ເມຶອງສະເໜ່ຂອງ 11 ປະເທດຈະເອົາໃຈໃສ່ການວາງສະແດງໂອກາດການຮ່ວມມືດ້ານການຄ້າ ໃນການຮ່ວມມືພາກພື້ນລັກສະນະພິເສດ ອັນໂດດເດັ່ນຂອງຕົນ ພ້ອມດ້ວຍຜົນສໍາເລັດທີ່ຍາດມາ ໄດ້ໃນດ້ານການຄ້າການລົງທຶນ ເຕັກນິກວິທະຍາສາດ ວັດທະນະທໍາ ການທ່ອງທ່ຽວ ຯລຯ ໂດຍປິ່ນອ້ອມຫົວຂໍ້ຕົ້ນຕໍຂອງງານ ວາງສະແດງສິນຄ້າຄັ້ງນີ້,ການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຈີນ-ອາຊຽນຄົບຮອບ10ປີແລະງານວາງສະແດງສິນຄ້າຈີນ-ອາຊຽນຄົບຮອບ10ປີ.ການ ວາງສະແດງ​ໃນຫົວຂໍ້ ເມຶອງສະເໜ່ຂອງງານວາງສະ​​ແດງສິນຄ້າ​ໃນຄັ້ງ​ນີ້ຈະ​ຈັດ​ກິດຈະ​ກໍາ​ຫລາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​​ແລກ​ປ່ຽນ​ກັນ​ລະຫວ່າງ​ຕົວ​​ເມືອງຂອງ​ປະ​ເທດ​ຕ່າງໆ.


ຂ່າວ​ແຈ້ງວ່າ,​ໃນງານ​ວາງສະ​ແດງສິນຄ້າ​ຈີນ-​ອາຊຽນ 9 ຄັ້ງ​ຜ່ານ​ມາ,​ໄດ້​ມີ​ເມືອງ​ຂອງ​ຈີນ​​ແລ​ະອາ​ຊຽນ93​ເມືອ​ງ​ເຂົ້າ​ຮ່ວມການ​ວາງສະ​ແດງເມຶ​ອງສະ​ເໜ່.ຫົວຂໍ້ເມຶ​ອງ​ສະ​ເໜ່​ໄດ້​ກາຍ​ເປັນ​ເວທີ​ໂດຍ​ກົງ​ໃນ​ການ​ຊຸກຍູ້​ການ​ແລກປ່ຽນ​ແລ​ະການ​ຮ່ວ​​​ມມື​ລະຫວ່າ​ງເມຶ​ອງ​ສະ​ເໜ່ຂອງຈີນ​ກັບ​ເມືອງສະ​ເໜ່​ຂອງ​ອາຊຽນ ທັງ​ຍົກ​ສູງບົດບາດ​ຊື່ສຽງ​​ແລ​ະຄວາມ​ສາມາດ​ແຂ່ງ​ຂັນ​ຂອງ​ເມືອງ​ສະ​ເໜ່ຂອງບັນດາປະເທດອາຊຽນ ແລະຈີນໃນເວທີສາກົນ.ບັນດາເມືອງໄດ້ຮູ້ຈັກຄູ່ຮ່ວມມືສາກົນຫລາຍກວ່າເກົ່າ,ໄດ້ເປັນເມືອງມິດຕະພາບແລະດໍາເນີນການແລກປ່ຽນໄມຕີຈິດມິດຕະພາບ ການຮ່ວມມື ດ້ານເສດຖະກິດການຄ້າການຮ່ວມມື ໃນຫລາຍຂົງເຂດຢ່າງເລິກເຊິ່ງແລະກວ້າງຂວາງ.