ສິງກະ​ໂປ​ຈະ​ດຳ​ເນີນ​ການ​ປັບປຸງ​ກ່ຽວ​ກັບ​ນະ​ໂຍບາຍການ​ປິ່ນປົວ​ດ້ານສາທາລະນະ​ສຸກ​ແລະ​ການ​ປະກັນ​ໄພ

(GMT+08:00) 2013-08-19 17:24:30     cri

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ 18 ສິງຫາ​ນີ້, ທ່ານ​ລີ​ຊຽນລຸງ, ນາຍົກລັດຖະມົນຕີ ສິງກະ​ໂປ ປະກາດ​ວ່າ ຈະ​ດຳ​ເນີນ​ການ​ປັບປຸງ​ນະ​ໂຍບາຍ​ໃນ​ຫຼາຍຂົງ​ເຂດ ​ເຊັ່ນ: ການ​ປິ່ນປົວ​ດ້ານສາທາລະນະ​ສຸກ ​ແລະ ການ​ປະກັນ​ໄພ, ​ເພື່ອ​ຊ່ວຍ​ເຫຼືອຊັ້ນຄົນ​ທີ່​ມີ​ລາຍ​ຮັບ​ຕ່ຳ​ໃນ​ການ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ໃນ​ຊີວິດ​ການ​ເປັນ​ຢູ່, ​ໂດຍ​ສະ​ເພາະ​​ຈະ​ຊຸກ​ຍູ້ແຜນການ​ຮັກສາ​ສຸຂະພາບ​ແລະ​ການ​ປະກັນ​ໄພ​ດ້ານ​ການ​ປິ່ນປົວ​ພະຍາດ​ໃນ​ກໍລະນີ​ເຈັບ​ໜັກ ​ໃຫ້​ກວມ​ເອົາ​​ຕະຫຼອດຊີວິດ​ຂອງໝົດ​ທຸກ​ຄົນ​​​ໃນທົ່ວ​ປະ​ເທດ.

​ໃນ​ງານຊຸມນຸມ​ມະຫາຊົນ​ສະຫຼອງວັນຊາດ​ສິງກະ​ໂປ, ທ່ານ​ລີ​ຊຽນລຸງ ກ່າວ​ວ່າ: ​ຈະ​ຍົກ​ລະດັບແຜນການ​ຮັກສາ​ສຸຂະພາບ​ແລະ​ການ​ປະກັນ​ໄພ​ດ້ານ​ການ​ປິ່ນປົວ​ພະຍາດ​ໃນ​ກໍລະນີ​ເຈັບ​ໜັກ ​ໃຫ້​ຂຶ້ນ​ເປັນ​ການ​ປະກັນ​ຕະຫຼອດຊີວິດ, ​ແລະ​ຍົກ​ເລີກຂໍ້​ກຳນົດ​ເກົ່າ​ທີ່​ພຽງ​ແຕ່​ຮັບປະກັນ​ຮອດ​ອາຍຸ 90 ປີ​. ຂະນະ​ດຽວ​ກັນ, ​ແຜນການ​ດັ່ງກ່າວ​ກໍ​ຈະ​ກວມ​ໄປ​​ເຖິງ​ປະຊາຊົນ​ທົ່ວ​ປະ​ເທດ, ​ເຊິ່ງປະຊາຊົນ​ສິງກະ​ໂປໝົດ​ທຸກ​ຄົນ​ບໍ່​ວ່າ​ກຳລັງເຈັບ​ເປັນຢູ່​ຫຼືບໍ່ ລ້ວນ​ແຕ່​ສາມາດ​ເຂົ້າຮ່ວມ​ແຜນການ​ດັ່ງກ່າວ​ໄດ້, ​ແລະ​ບໍ່​ສາມາດ​ຖອນ​ຄືນ​ໄດ້.

ທ່ານ​ລີ​ຊຽນລຸງ ກ່າວ​ຕື່ມວ່າ: ນີ້​ກໍໝາຍ​ຄວາມ​ວ່າ ຄ່າ​ປະກັນ​ກໍ​ຈະ​ເພີ່ມ​ຂຶ້ນ​ໄປ​ຄຽງຄູ່​ກັນ, ​ແຕ່​ລັດຖະບານຈະ​ສະໜອງ​ເງິນ​ອຸດ​ໜູນ​ໃຫ້​ແກ່​ຜູ້​ທຸກ​ຍາກທີ່ບໍ່​ສາມາດແບກ​ຫາບ​ໄດ້, ​ເພື່ອ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໃນ​ການຈ່າຍ​ຄ່າ​ປະກັນ.