​ຜູ້​ເສຍ​ຊີວິດ​ໃນອຸປະຕິ​ເຫດ​ເຮືອ​ຕຳ​ກັນ​ຂອງ​ຟີ​ລິບ​ປີນ​ເພີ່ມ​ຂຶ້ນ​ຮອດ52ຄົນ

(GMT+08:00) 2013-08-19 18:36:54     cri

ຕາມ​ຂ່າວCRI: ສື່​ມວນ​ຊົນ​ຟີ​ລິບ​ປີນລາຍ​ງານ​ຫຼ້າ​ສຸດ​ວ່າ, ອຸປະຕິ​ເຫດ​ເຮື​ອ ຕຳ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ຄ່ຳວັນທີ16ສິງຫາ​ນີ້​ຢູ່​ເຂດ​ທະ​ເລ​ທີ່​ໃກ້​ກັບແຂວງ​ເຊບູໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ52ຄົນ, 68ຄົນ​ຫາຍ​ສາບ​ສູນ, ຈຳນວນ​ຄົນ​ທີ່​ໄດ້​ຮັບ​ການຊ່ວຍ​ເຫຼືອ​ຍັງ​ແມ່ນ750ຄົນ​ຄື​ເກົ່າ​ຈົນ​ຮອດ​ປະຈຸ​ບັນ.

ຫຼັງ​ຈາກ​ອຸປະຕິ​ເຫດ​ໄດ້​ເກີດ​ຂຶ້ນ​ແລ້ວ, ​ເຮືອ​ໂດຍສານເລີ່ມມີ​ນ້ຳມັນຮົ່ວ​ໄຫຼ​ເຮັດ​ໃຫ້​ບ້ານ​ຢູ່​ແຄມ​ຝັ່ງ​ທະ​ເລ, ບ່ອນ​ລ້ຽງ​ປາ​ແລະປ່າ​ໄມ້​ແດງ​ຕາມ​ແຄມ​ທະ​ເລ​ໃນ​ລັດສະ​ເໝີ5ກິ​ໂລ​ແມັດ​ເກີດ​ມົນ​ລະ​ພິດ.

ຜູ້​ຮັບຜິດຊອບ​ຂອງ​ກອງ​ປ້ອງ​ກັນ​​ແຄມ​ທະ​ເລ​ເຊ​ບູກ່າວ​ຍວ່າ, ​ເຮືອ​ໂດຍສານ​ໄດ້​ມີ​ນ້ຳມັນ​ເຊື້ອ​ໄຟ​ທີ່​​ປະມານ1​ແສນ2ໝື່ນລິດ​ໄດ້​ຮົ່ວ​ໄຫຼ​ລົງ​ສູ່​ທະ​ເລເຮັດ​ໃຫ້​ແຄມ​ທະ​ເລ​ສ່ວນ​ຫຼາຍ​ບໍລິ​ເວນ​​ເຊ​ບູ​ແລະ​ເກາະ​​ເມກຕານ​ໄດ້​ຮັບ​ຜົນ​ກະທົບ​.



​ລາຍ​ງານຂ່າວ​ກ່າວ​ວ່າ, ​ເຂດທີ່​ໄດ້​ຮັບ​ຜົນ​ກະທົບ​ລວມທັງ​ເມືອງລາ​ປູ​ລາ​ປູແລະ​ເມືອງ​ຄໍ​ໂດ​ວາ​ຂອງ​ເກາະ​​ເມກຕານ, ​ແລະ​​ເມືອງ​ຕາ​ລີ​ເຊ​ຂອງ​ແຂວງ​ເຊ​ບູ, ​ສາມ​ເມືອງ​ດັ່ງກ່າວ​ລ້ວນ​ແຕ່​ແມ່ນສະຖານ​ທີ່​ຫາດ​ຊາຍ​ທະ​ເລ​ທີ່​ມີ​ຊື່​ສຽງ​ດົງ​ດັງດ້ານ​ການທ່ອງທ່ຽວ​ກໍ່​ໄດ້ຣັບຜົນ​ກະທົບ​ທັງ​ໝົດ.