ຄວາມ​ຕ້ອງການ​ຮ້ານ​ວາງສະ​ແດງ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 10 ​ໄດ້​ລື່ນ​ກາຍ​ປີຜ່ານ​ມາ

(GMT+08:00) 2013-08-20 16:31:37     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ແຫຼ່ງຂ່າວ​ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນລາ​ຍ ງານ​ວ່າ: ປະ​ເທດ​ອາ​ຊຽນ​ແລະ​ປະ​ເທດ​ນອກ​ພາກ​ພື້ນ​ໄດ້ສັ່ງ​ຈອງ​ນຳ​ໃຊ້​ຮ້ານ​ວາງສະ​ແດງຈຳນວນ 1326 ຮ້ານ, ​ເຊິ່ງຫຼາຍກວ່າ​ຮ້ານ​ວາງສະ​ແດງ​ໃນງານ​ວາງສະ​ແດງ​ຂອງ​ປີ​ກາຍ​ນີ້. ນອກຈາກ​ນີ້, ງານ​ວາງສະ​ແດງ​ປີ​ນີ້​ຈະ​ຈັດ​ໃຫ້​ມີ​ເຂດ​ວາງສະ​ແດງ​ກາ​ເຟຂອງປະ​ເທດ​ອາ​ຊຽນ​ໃນ​ເຂດ​ວາງສະ​ແດງ​ກະສິກຳ​ເປັນຄັ້ງທຳ​ອິດ.

ໃນ​ງານວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 10 ​ໃນປີ​ນີ້, ບໍລິສັດ​ຜະລິດ​ກາ​ເຟຈາກປະ​ເທດ​ອາ​ຊຽນ ​ເຊັ່ນ: ​ລາວ, ອິນ​ໂດ​ເນ​ເຊຍ, ມະ​ເລ​ເຊຍ, ສິງກະ​ໂປ ​ແລະ ຫວຽດນາມ​ຈະ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ເຂດ​ວາງສະ​ແດງ​ກາ​ເຟ, ຮອດ​ເວລາ​ນັ້ນ, ນັກທຸລະກິດ​ທີ່​ເຂົ້າຮ່ວມ​ງານ​ວາງສະ​ແດງ​ຈະ​ໄດ້​ຊິ​ມລົດ​ຈັດໆ​ຂອງກາ​ເຟ ​ແລະ ສຳຜັດ​ກັບວັດທະນະທຳ​ປະຫວັດກາເຟທີ່ຍາວ​ນານ ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຂ່າວ​ແຈ້ງວ່າ, ມີ 6 ປະ​ເທດ ​ເຊັ່ນ ລາວ, ອິນ​ໂດ​ເນ​ເຊຍ, ມະ​ເລ​ເຊຍ, ມຽນມາ, ​ໄທ ​ແລະ ຫວຽດນາມ​ຈະ​ສືບ​ຕໍ່​ເໝົາ​ຫໍ​ວາງສະ​ແດງ. ສິນຄ້າ​ທີ່​ນຳ​ມາ​ວາງສະ​ແດງ​ໃນ​ຄັ້ງນີ້​ຕົ້ນຕໍ​ຈະ​ແມ່ນ​ຜະລິດ​ຕະພັນ​ໃນ​ຂະ​ແໜງ​ການ​ທີ່​ມີ​ຄວາມ​ຕ້ອງການ​ໃນ​ຕະຫຼາດຈີນ, ​ເປັນຕົ້ນ​ແມ່ນ ອາຫານ, ຜະລິດ​ຕະພັນ​ກະສິກຳ, ​ເຟີ​ນີ​ເຈີ, ​ເຄື່ອງ​ໃຊ້​ໃນ​ເຮືອນ​ອື່ນໆ, ​ເຄື່ອງ​ຫັດຖະກຳ, ​ເພັດ​ນິນ​ຈິນດາ, ​ເຄື່ອງ​ບໍລິ​ໂພ​ກ​ໃນ​ຊີວິດ​ປະຈຳ​ວັນ, ຜະລິດ​ຕະພັນ​ດ້ານ​ການ​ບໍລິການ ​ແລະ​ອື່ນໆ.