ການເຈລະ​ຈາ​ຍຸດ​ທະ​ສາດ​ຮອບ​ທໍາ​ອິດ​ລະຫວ່າງ​ຈີນ​ກັບ​ໄທ​ໄດ້​ຈັດ​ຂຶ້ນ​ຢູ່​ບາງກອກ

(GMT+08:00) 2013-08-20 11:26:46     cri

ວັນ​ທີ19ສິງຫານ​ນີ້,ການເຈລະ​ຈາ​ຍຸດ​ທະ​ສາດ​ຮອບ​ທໍາ​ອິດ​ລະຫວ່າງ​ຈີນ​ກັບ​ໄທ​ໄດ້​ຈັດ​ຂຶ້ນ​ຢູ່ບາງກອກ,ສອງຝ່າຍເຫັນດີທີ່ຈະເພີ່ນທະວີການຮ່ວມມື ໃນຂົງເຂດຕ່າງໆເຊັ່ນລົດໄຟຄວາມໄວສູງ,ຊົນລະປະທານ,ພະລັງງານໝູນວຽນ​​ແລະ​ພະ​ລັງ​ງານ​ທົດ​ແທນ,ກາ​ນພັດທະນາ​ການ​ສຶກສາ​ແລ​ະ ຊັບພະຍາກອນມະນຸດ​ແລະ​ອື່ນໆ.


ສອງ​ຝ່າຍ​ເຫັນ​ດີ​ນໍາ​ການ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ3ຂອງ​ຄະນະ​ກໍາມະການ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ,ການ​ລົງທຶນ​ແລະ​ເສດຖະກິດ,ສອງ​ຝ່າ​ນບັນລຸ​ເປົ້າ​ໝາຍ​ຈະ​ມູນ​ຄ່າ​ການ​ຄ້າ​ເຖິງ100ຕື້​ໂດ​ລາ​​ເມື່ອ​ຮອດ​ປີ2015.ສອງ​ຝ່າຍ​ຍັງ​​ໄດ້​ເຫັນ​ດີ​ນໍາ​ການຈັດ​ຕັ້ງປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຂອງ​ຜະລິດ​ຕະພັນ​ກະສິກໍາ,​ເປີດ​ກວ້າງ​ການ​ຄ້າ​ຂອງ​ຜະລິດ​ຕະພັນ​ກະສິກໍາ​ຂອງ​ສອງ​ປະ​ເທດ.ສອງ​ຝ່າຍ​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ,​ເງິນຢວນຄວນ​ເສີມ​ຂະຫຍາຍ​ບົດບາ​ດຫລາຍກວ່າ​​ເກົ່າ​ໃນ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ໄທ.


ທ່ານ​ຫລີວ​​ເຈີ້ນ​ໝິນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດຈີນ​ແລະທ່ານ​ສີຫາສັກ ພວງ​​ເກດ​ແກ້ວ​ ຫົວໜ້າ​ຫ້ອງການ​ກະຊວງ​ການ​ຕ່າງ​ປະ​ເທ​ດ​ໄທ​ໄດ້ຮ່ວມ​ກັນ​ເປັນປະທານ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.ສອງ​ຝ່າ​ນຍັງ​ໄດ້​ເຫັນ​ດີ​ຮ່ວມ​ກັນ​ເພື່ອຈັດການ​ເຈລະ​ຈາຍຸດ​ທະ​ສາດ​ຄັ້ງ​ທີ​ສອງ​ລະ​ຫວ່າງ​ຈີນ​ກັບ​ໄທ​ຢູ່​ຈີນ​ໃນ​ເວ​ສາ​ທີ່​ເໝາະ​ສົມ.