ກິດ​ຈະ​ກຳ​ "ງານລາຕີ​ແຫ່ງ​ກຳປູ​ເຈຍ" ຈັດ​ຂຶ້ນຢູ່​ສູນ​ຈີນ-ອາ​ຊຽນ

(GMT+08:00) 2013-08-21 19:03:22     cri

ຕາມ​ຂ່າວ CRI: ​ຕອນ​ຄ່ຳວັນ​ທີ 20 ສິງຫາ​ນີ້, ສູນ​ຈີນ-ອາ​ຊຽນທີ່​ຕັ້ງຢູ່​ນະຄອນຫຼວງປັກ​ກິ່ງ ​ໄດ້​ຮ່ວມ​ກັນ​ກັບ​ສະຖານ​ເອກ​ອັກຄະ​ລັດຖະທູດ​ກຳປູ​ເຈຍ​ປະຈຳ​ຈີນ ຈັດ​ກິດຈະກຳ​ວັດທະນະທຳ "ງານລາຕີ​ແຫ່ງ​ກຳປູ​ເຈຍ" ຢູ່​ສູນ​ດັ່ງກ່າວ. ​ໂດຍນັກກາຍະສິນ​ກຳ​ປູ​ເຈຍ​ທີ່​ມາ​ຮ່ຳຮຽນກາຍະ ສິນ ຢູ່ຈີນ ໄດ້ສະແດງຜົນການຮ່ຳຮຽນທີ່ພວກເຂົາເຈົ້າຮຽນມາ​ໃຫ້ແກ່ແຂກຜູ້ມີກຽດທີ່ເຂົ້າຮ່ວມ ກິດຈະກຳໃນຄັ້ງນີ້. ​ນັກກາຍະສິນກຳປູເຈຍ ເຫຼົ່ານີ້ໄດ້ມາຮັບການຝຶກອົບຮົມກາຍະສິນຢູ່ ໂຮງຮຽນສິລະ​ປະ​ສາກົນ​ປັກ​ກິ່ງ​ເປັນ​ເວລາ​ສອງ​ປີ, ​ເຊິ່ງ​ເປັນ​ໂຄງການ​ແລກປ່ຽນ​ດ້ານວັດທະ ນະທຳ​ລະຫວ່າງ​ຈີນ-ກຳປູ​ເຈຍທີ່​ຮັບຜິດຊອບ​ໂດຍ​ກະຊວງ​ວັດທະນະທຳ​ຈີນ.

​​ທ່ານ​ສົມ​ດີ ບຸນ​ຄຸ້ມ, ​ເອກ​ອັກ​ລັດຖະທູດ​ລາວ​ປະຈຳ​ຈີນ ​​ໄດ້​ໃຫ້ສຳພາດ​ຕໍ່​ນັກ​ຂ່າວ​ຂອງ CRI, ​ໂດຍກ່າວ​ວ່າ:

ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຂອບ​​ໃຈນຳ CRI ທີ່​ໄດ້​ໃຫ້​ໂອກາດ​ຂ້າພະ​ເຈົ້າ​ມາ​ສຳພາດ, ຂ້າພະ​ເຈົ້າ​ຮູ້​ສຶກປິ​ຕິ​ຊົມ​ເຊີນ​ເປັນ​ຢ່າງ​ຍິ່ງ​ທີ່ວ່າ​ຖືກ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​​ໃນງານ​ລາຕີຂອງ​ກຳປູ​ເຈຍ, ຜ່ານ​ການ​ຮັບ​ຊົມ​ການສະ​ແດງ​ໄດ້​ເຫັນ​ວ່າ​ມີ​ລັກສະນະ​ດີ​ຫຼາຍ, ​ເປັນ​ການສະ​ແດງ​ອັນ​ໜຶ່ງ​ທີ່​ເວົ້າ​ເຖິງ​ຜົນສຳ​ເລັດ​​ໃນ​ການ​ມາຮ່ຳຮຽນຂອງນັກຮຽນ​ຂອງ​ກຳປູ​ເຈຍຢູ່​ຈີນ, ພາຍ​ຫຼັງ​​ໄດ້​ຮຽນ​ເປັນ​ເວລາ2ປີ, ຜ່ານ​ການສະ​ແດງ​ເຫັນ​ໄດ້​ວ່າ​ເປັນ​ລາຍການສະ​ແດງ​ໜ້າ​ຊົມ​ທີ່​ດີ, ຂ້າພະ​ເຈົ້າຄຶດ​ວ່າການ​ຈັດ​ງານ​ລາ​ຕີ​ສະ​ໂມ​ສອນ​ຂອງ​ກຳປູ​ເຈຍ​ມື້​ນີ້​​ເປັນ​ລາຍການ​ທີ່ມີ​ລັກສະນະ​ມ່ວນ​ຊື່ນ, ​ເພາະວ່າ​ໄດ້​ຈັດ​ຂຶ້ນ​ໃນ​ເວລາ​​ສະ​ເຫຼີ​ມສະຫຼອງ10ປີ​ຂອງ​ການ​ເປັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ເຊິ່ງວ່າ​ມີ​​ສູນຈີນ-ອາ​ຊຽນ​ເປັນ​ໃຈກາງ, ​ແລະ​ຜ່ານ​​ໄປ​ໃນຫຼາຍ​ປະ​ເທດ​​ໃນ​ໂອກາດໃດ​ໜຶ່ງ ທີ່​ວ່າ​ຕົນ​ເອງ​ມີ​ຄວາມ​ເໝາະ​ສົມ​ກໍ່​ຈະ​ຈັດ​ງານລາຕີ​ສະ​ໂມ​ສອນຂອງ​ຕົນ​ເອງ, ຂ້າພະ​ເຈົ້າ​ເຫັນ​ວ່າ, ສູນ​ດັ່ງກ່າວ​ເປັນ​ສູນ​ເຕົ້າ​​​ໂຮມຈຸດ​​ໜຶ່ງ​ຂອງ​ການ​ຮ່ວມ​ມືລະຫວ່າງ​ຈີນ​ອາ​ຊຽນ​ ເພື່ອ​ເປັນ​ການ​​ເຕົ້າ​ໂຮມ​ໃນ​ການ​ພັດທະນາ, ຈະ​ແມ່ນ​ທາງ​ດ້ານ​ເສດ​ຖະກິດ, ຂໍ້​ມູນ​ຂ່າວ​ສານ, ດ້ານ​ການ​ພັດທະນາ, ດ້ານ​ການ​ໄປ​ລົງທຶນ, ການ​ໂຄສະນາ​ດ້ານ​ການທ່ອງທ່ຽວ​ໃຫ້​ແກ່​ປະ​ເທດ​ອາ​ຊຽນ, ​ໃຫ້​ຄົນ​ຈີນ​ທີ່​ຢາກ​ໄປ​ທ່ອງ​ທຽວ​ເຫັນ​ໄດ້, ​ເປັນ​ສູນໜຶ່ງ​ທີ່​ແລກປ່ຽນ​ວັດທະນະທຳ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ. ຂ້າພະ​ເຈົ້າ​ເຫັນ​ວ່າ​ຖ້າວ່າ​ມີ​ໂອກາດ​ເໝາະ​ສົມ, ສະຖານທູດ​ລາວ​ປະຈຳ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ກໍ່​ຈະ​ຈັດ​ງານ​ລາຕີ​ສະ​ໂມ​ສອນ, ​ເຊິ່ງຈະ​ເປັນ​ໂອກາດ​​ດີ​ທີ່ສຸດ​ເພື່ອ​ເຜີຍ​ແຜ່​ທາງ​ດ້ານ​ວັດທະນະທຳຂອງ​ປະ​ເທດ​ຕົນ​ຂອງ​ລາວ​ເຮົາ​ໃຫ້​ແກ່​ປະ​ເທດ​ເພື່ອນ​ມິດ​. ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​​ໄດ້​ມາ​ເບິ່ງ, ​ແລະ​ໄດ້​ຖອດ​ຖອນ​ບົດຮຽນ​ໃຫ້​ແກ່​ການ​ກະກຽມ​​ໃຫ້​ແກ່​ງານ​ຂອງ​ຕົນ​ໃນ​ອະນາຄົດ, ຂ້າພະ​ເຈົ້າ​ກໍ່​ຮູ້ສຶກ​ເປັນ​ໂອກາດ​ທີ່​ດີ​ເພື່ອ​ໂຄສະນາ​ປະ​ເພນີ ​ການ​ຂະຫຍາຍ​ການ​ພົວພັນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ ​ເວົ້າ​ລວມ​ເວົ້າສະ​ເພາະ​ກໍຄື​ຂອງ​ລາວ​​ພວກ​ເຮົາ.

ກິດຈະກຳ "ງານລາຕີ​ແຫ່ງ​ອາ​ຊຽນ" ມີ​ຈຸດປະສົງ​ເພື່ອ​ຊຸກ​ຍູ້​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ແລະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ຈີນ​ແລະ​ປະຊາຊົນບັນດາປະ​ເທດອາ​ຊຽນ, ນັບ​ມາ​ຮອດປັດຈຸບັນ, ສູນ​ຈີນ-ອາ​ຊຽນກັບ​ສະຖານທູດໄທ, ສະຖານທູດອິນ​ໂດ​ເນ​ເຊຍ ​ແລະ ສະຖານ​ທູດກຳປູ​ເຈຍ ​ໄດ້​ຮ່ວມ​ກັນ​ຈັດ​ກິດຈະກຳ​ດັ່ງກ່າວ 3 ຄັ້ງ​ແລ້ວ.