ນາຍົກ​ສິງກະ​ໂປ​ຈະ​ເດີນທາງ​ຢ້ຽມຢາມ​ຈີນ

(GMT+08:00) 2013-08-21 17:57:22     cri
ຕາມ​ຂ່າວCRI: ວັນ​ທີ21ສິງຫາ​ນີ້, ທ່ານ​ນາງ​ຮວ້າ ຊຸນ ຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ​ປະກາດ​ວ່າ: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຫຼີ ​ເຄີ້ ຊຽງ, ນາຍົກລັດຖະມົນຕີຈີນ, ທ່ານ​ຫຼີ ຊຽນ ​ໂລງ, ນາຍົກລັດຖະມົນຕີສິງກະ​ໂປ​ຈະ​​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ25ຫາ​ວັນ​ທີ31ສິງຫາ​ນີ້.