​ນາຍົກ​ກຳປູ​ເຈຍ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ

(GMT+08:00) 2013-08-21 19:01:15     cri
ຕາມ​ຂ່າວCRI: ວັນ​ທີ21ສິງຫາ​ນີ້, ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຄຳນັບ​ຂອງ​ທ່ານ​ຫວາງ ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກໍາປູ​ເຈຍ.

ທ່ານ​ຮຸນ​ແຊ​ນ​ໄດ້​​ແຈ້ງສະຖານະ​ການ​ພາຍ​ໃນ​ຂອງ​ກຳປູ​ເຈຍ​ໃນ​ມໍ່ໆ​​ນີ້​ໃຫ້​ທ່ານ​ຫວາງ​ອີ້​ໄດ້​ຮັບ​ຊາບ, ​ໂດຍກ່າວ​ເນັ້ນ​ວ່າ​ພັກ​ປະຊາຊົນ​ກຳປູ​ເຈຍ​ຍິນ​ດີ​ອີງ​ຕາມ​ລັດຖະທຳ​ມະນູນ​ແລະ​ກົດໝາຍ, ຜ່ານ​ການ​ເຈລະຈາ​ຢ່າງ​ມີໄມຕີ​ຈິດ​ມິດຕະພາບ, ​ເຣັດ​ໃຫ້ໄລຍະ​ຂ້າມ​ຜ່ານຫຼັງ​ຈາກ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ມີ​ຄວາມ​ສະຫງົບ, ສ້າງ​ຕັ້ງລັດຖະສະພາ​ແລະ​ລັດຖະບານ​ໃໝ່​ໂດຍ​ໄວ.

ທ່ານ​ຫວາງ ອີ້​ກ່າວ​ວ່າ, ​ໃນ​ຖານະ​ເປັນ​ເພື່ອນ​ມິດ​ທີ່​ດີ​ຂອງ​ກຳປູ​ເຈຍ, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ພັກ​ການ​ເມືອງ​ກໍ່​ເຊື່ອ​ວ່າຕ່າງໆ​ຂອງ​ກຳປູ​ເຈຍ​ສາມາ​ດຖືສະ​ຖຽນລະ​ພາບ​ແລະ​ຄວາມ​​ສາມັກຄີ​ຂອງ​ປະ​ເທດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເປັນ​​ເລື່ອງ​ທີ່​ສຳຄັນ​ທີ່​ສຸດ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ວຍ​ການ​ປຶກສາ​ຫາລືກັນ, ສ້າງ​ຕັ້ງລັດຖະສະພາ​ແລະ​ລັດຖະບານ​ສະ​ໄໝ​ໃໝ່​​ແລະ​ເລີ່​ມດຳ​ເນີນ​ການໂດຍ​ໄວ.