ກິລາກາຍ​ເປັນ​ຂົວ​ໃໝ່​ທີ່​ເພີ່ມທະວີມິດຕະພາບ​ລະຫວ່າງ​ຈີນ-ອາ​ຊຽນ

(GMT+08:00) 2013-08-21 19:20:51     cri
ຕາມ​ຂ່າວCRI: ງານ​ມະຫະກຳ​ກິລາ​ຊາວ​ໜຸ່ມ​ອາຊີ​ຄັ້ງ​ທີ2ທີ່​ກຳລັງ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ​ຂອງ​ຈີນ​,ນັກ​ກິລາ​ແລະ​ຄະນະ​ຮັບຜິດຊອບ​ນັກ​ກິລາທີ່​ມາຈາກ10ປະ​ເທດ​ອາ​ຊຽນປະມານ700ຄົນ​ໄດ້​ເຂົ້າ​ຮ່ວມງານ​ມະຫະກໍາກິລາ​ຊາວ​ໜຸ່ມ​ອາຊີຄັ້ງ​ນີ້​ໄດ້​​ເປັນ​ເວທີ​ທີ່ດີ​ແຫ່ງ​ໜຶ່ງ​ເພື່ອ​ໃຫ້ນັກ​ກິລາ​ຊາວ​ໜຸ່ມ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນສະ​ແດງ​ລະດັບ​ຄວາມ​ສາມາດ​ດ້ານການ​ແຂ່ງຂັນ​​ກິລາ​ຂອງ​ຕົນ, ທັງ​ໄດ້​ແລະ​ປ່ຽນ​ແລະ​ເພີ່ມ​ທະວີ​ມິດຕະພາບ​ກັບ​ນັກ​ກິລາ​ຈີນ​ແລະ​ປະ​ເທດ​ອື່ນໆ​ໃນ​ອາຊີ.

ຫຼັງ​ຈາກ​ເຂດ​ການ​ຄ້າ​ເສລີຈີນ-ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ2010, ການ​ແລກປ່ຽນ​​ແລະ​ຮ່ວມ​ມືດ້ານ​ກິລາ​ລະຫວ່າງ​ຈີນ​ກັບ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນກໍ່​ໄດ້​ຮັບ​ການ​ພັດທະນາ​​ເປັນ​ກ້າວໆ. ປະຈຸ​ບັນ​ນີ້, ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນຈຳ​ນວນ​ໜຶ່ງ​ໄດ້​ສ້າງ​ເປັນ​ກົນ​ໄກ​ແລ້ວ. ທ່ານ​ຈະ​ເລີ​ນສຸກ ອຸດົມ​ພັນ, ຄູ​​ເຝິກຂອງ​ທິມກິລາ​ແລ່ນ​ແລະ​ລານ​ຂອງ​ປະ​ເທດລາວ​ກ່າວ​ວ່າ:

ຄັນ​ເວົ້າ​ກ່ຽວ​ກັບ​ເລື່ອງ​ການ​ຮ່ວມ​ມືດ້ານ​ກິລາ​ລະຫວ່າງ​ລາວ​​ແລະ​ຈີນ, ມັນ​ມີ​ຢູ່​ເລື້ອຍໆ​ລະຫວ່າງ​ສະຫະພັນ​ພວກ​ຂ້າພະ​ເຈົ້າ​ກັບ​ສະຫະພັນ​ຈີນ​ທີ່​ຢູ່​ນະຄອນຫຼວງປັກ​ກິ່ງ​, ​ເຂົາ​ເອີ້ນ​​ເປັນ​ສູນ​ກິລາ​ແລ່ນ​ແລະ​ລານ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ມີ​ລາວ, ຫວຽດນາມ, ຈີນ, ມາ​ກາວ, ຮົງ​ກົງ, ພວກ​ເຮົາ​ກໍ່​ໄດ້​ເຂົ້າ​ຮ່ວມ​ເລື້ອຍໆ​ທຸກໆ​ປີ, ປີ​ໜຶ່ງ​ອາດ​ຈະ​ໄດ້​ສົ່ງ​ວິຊາ​ການ​, ຄູ​ເຝິກ, ພະນັກ​ງານ​ໃນ​ສະຫະພັນ​ໄປ​ອົບຮົມ​ຢູ່​ປັກ​ກິ່ງປີ​ໜຶ່ງ​ປະມານ​ຢູ່ສອງ​ສາມ​ເ​ທື່ອ, ທັງ​ລາວ​ເຮົາ​ທີ່​ວ່າມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ຄູ​ເຝິກຫວູຊູ້​, ປີໜ້າ​ເພື່ອ​​ໄປເອຊຽນ​ເກ​ມ, ມັນ​ຍັງ​ມີ​ການ​​ແຂ່ງ​ຂັນ​ເລື້ອຍໆ, ສຳລັບ​ຄູ​ເຝິກ​ຫວູຊູ້​ທີ່​ໄປ​ປະ​ເທດ​ລາວ​​ສ້າງ​ຜົນງານ​ດີ​ໄດ້​ຕະຫຼອດ,.

​ໃນ​ຂະນະ​ທີ່​ຈີນ​ສົ່ງ​ຄູ​ເຝິກ​ທີ່​ດີ​ເດັ່ນ​​ໄປ​ຊ່ວຍ​ເຫຼືອປະ​ເທດ​ອາ​ຊຽນນັ້ນ, ​​ດ້ານ​ໜຶ່ງກໍ​ສາມາດ​ຍົກ​ສູງລະດັບ​ການ​ສອນ​ຂອງ​ຄູ​ເຝິກ​ຈີນ, ອີກ​ດ້ານ​ໜຶ່ງ​ປະ​ເທດ​ອາ​ຊຽນກໍ່​​ສົ່ງ​ຄູ​ເຝິກ​ປະ​ເພດ​ກິລາ​ທີ່​ມີ​ທ່າ​ແຮ່ງຂອງ​ຕົນມາ​ຊ່ວຍ​ເຫຼືອ​ຈີນ​ເຊັ່ນ​ກັນ, ​ເພື່ອ​ຊ່ວຍ​ນັກ​ກິລາ​ຈີນ​ຍົກ​ສູງ​ລະດັບ​ຂອງ​ຕົນ. ສະ​ນັ້ນ, ຂະ​ແໜງ​ການ​ກິລາ​ຂອງຈີນ​​ແລະ​ອາ​ຊຽນ​ໄດ້ກາຍ​ເປັນຮູບ​ແບບ​ການ​ແລກປ່ຽນ​ແລະ​ຮ່ວມ​ມືກັນ​ຢ່າງ​ແທ້​ຈິງ, ​ເຊິ່ງຈະ​​ເປັນ​ການຊຸກຍູ້​ໃຫ້​ກິລາ​ຂອງ​ຈີນ​ແລະ​ອາ​ຊຽນ​ໄດ້​ຮັບ​ຄວາມ​ກ້າວໜ້າ​ຮ່ວມ​ກັນ, ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ.