ຈີນ​ແລະ​ອາ​ຊຽນ​ຈະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ອະນຸລັກ​ແລະ​ສືບ​ທອດ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ

(GMT+08:00) 2013-08-22 15:50:24     cri
ຕາມ​ຂ່າວສານ​ຊິນ​ຮວາ: ​ເວທີ​ປຶກສາ​ຫາລື​ວັດທະນະທຳ​ຈີນ-ອາ​ຊຽນ 2013 ​ເຊິ່ງ​ແມ່ນ​ກະຊວງ​ວັດທ​ະນະ​ທຳຈີນ ​ແລະ ອຳນາດ​ການ​ປົກຄອງ​ເຂດ​ກວາງ​ຊີ່​ຈີນ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ນັ້ນ ຈະ​ຈັດ​ຂຶ້ນຢູ່​ນະຄອນ​ໜານ​ໜິງ, ​ເທດສະບານ​ເຂດ​ກວາງ​ຊີ່​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງ​ຈີນ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 12 ກັນຍາ​ໜ້າ​ນີ້, ​ໂດຍ​ມີ​ຫົວ​ຂໍ້​ວ່າ "ການ​ສົນທະນາ​ແລະ​ການ​ຮ່ວມ​ມື-ການ​ອະນຸລັກ​ແລະ​ສືບ​ທອດ​ມໍລະດົກ​ວັດທະນະທຳທີ່​ບໍ່​ແມ່ນ​ວັດຖຸ". ​ໃນ​ໄລຍະ​ຈັດ​ເວທີ​ປຶກສາ​ຫາລື​ຄັ້ງນີ້ ຍັງ​ຈະ​ຈັດ​ໃຫ້​ມີ​ກິດຈະກຳ​ຕ່າງໆ, ​ເຊັ່ນ: ການວາງສະ​ແດງ​ຮີດຄອງ​ປະ​ເພນີ​ທີ່​ເປັນ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ, ການສະ​ແດງສິລະ​ປະ​ຫັດຖະກຳ​ຈີນ-ອາ​ຊຽນ ​ແລະ ການສະ​ແດງ​ສິມືຂອງຜູ້​ສືບ​ທອດ​ມໍລະດົກ​ວັດທະນະທຳ​ທີ່ບໍ່​ແມ່ນ​ວັດຖຸ.