ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນມີ​ບາດກ້າວ​ໃໝ່

(GMT+08:00) 2013-08-22 18:35:56     cri
ຕາມ​ຂ່າວCRI:ວັນ​ທີ21ສິງຫາ​ນີ້, ກອງ​ປະຊຸມລະດັບລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ທີ15ທີ່​ໄດ້​ດຳ​ເນີນ​ເປັນ​ເວລາ2ວັນ​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ​ບັນດາ​ເຊ​ລີ​ເບ​ກາ​ວັນ​ຂອງ​ບຼູ​ໄນ. ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​​ໂດຍຊີ້​ອອກ​ວ່າ, ມາ​ຮອດ​ເດືອນ​ກໍລະ​ກົດ​ປີ​ນີ້, ​ໄດ້​ສຳ​ເລັດ​79,4%ຂອງ​ແຜນການ​​ໃນ​ໄລຍະ​ທີ່​ກ່ຽວຂ້ອງ​ໃນ​ການສ້າງ​ປະຊາ​ຄົມ​ເສ​ດຖະກິດ​ອາ​ຊຽນ. ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ກ່າວ​ຢ້ຳວ່າຈະ​ພະຍາຍາມ​ວາງ​ນະ​ໂຍບາຍ​ພາຍ​ໃນ​ໃຫ້​ຫຼາຍ​ກວ່າ​ເກົ່າ, ​​ເພື່ອຮັບປະກັນ​ໃຫ້​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​​ໃນ​ທ້າຍ​ປີ2015ຕາມ​​ເວລາທີ່​​​ໄດ້​ກຳນົດ​ໄວ້. ຜູ້​ຊ່ຽວຊານ​ກ່າວ​ວ່າ, ກອງ​ປະຊຸມ​ຕ່າງໆ​ຂອງລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ນີ້ມີຄວາມ​ແຕກ​ຕ່າງ​ກັນ​ກັບ​ກອງ​ປະຊຸມ​ຄັ້ງທີ່​ຜ່ານ​ມາ, ​ເຊິ່ງ​ໄດ້​​​ໃຫ້ການ​ປະ​ເມີນ​ທີ່​ມີ​ຄວາມສຳຄັນ​ທີ່​ສຸດ​ຕໍ່​ສະພາບ​ການສຳ​ເລັດ​ຜົນຂອງ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ​ແລະ​ໄດ້​ສະ​ເໜີ​ແຜນການ​ປະຕິບັດ​ວຽກ​ງານທີ່​ລະອຽດ​ຂອງ​ເປົ້າ​ໝາຍ​ການ​ບັນລຸ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ​ໄດ້ມີ​ບາດກ້າວ​ໃໝ່​ໃນ​ການ​​ເລັ່ງລັດ​ຂະ​ບວນການ​​ສ້າງ​ປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ.

ໜັງສືພິມບຼູ​ໄນ​​ເທ​ມອ໌ລາຍ​ງານ​ໃນວັນ​ທີ20ສິງຫາ​ນີ້ວ່າ, ອາ​ຊຽນ​ໄດ້​ຮັກສາ​ນການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ທີ່ເຂັ້ມ​ແຂງ​ຢ່າງ​ຕໍ່​ເນື່ອງ. ​ໃນ​ປີ2012, ຈັງຫວະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໂດຍ​ລວມຂອງ​ອາ​ຊຽນ​ໄດ້​ບັນລຸ5,7%, ສູງກວ່າ​ຈັງຫວະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ປີ2011, ປີ​ນີ້​ອາ​ຊຽນຍັງ​ຈະ​ບັນລຸ​ຈັງຫວະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢູ່​ລະຫວ່າງ5,3%ຫາ6%. ຂອງ​ອາ​ຊຽນ​ໄດ້​ເຕີບ​ໂຕເສດຖະກິດ​ຢ່າງວ່ອງ​ໄວ​ແລະ​ໜັກ​ແໜ້ນ, ສາ​ເຫດ​ສຳຄັນອັນ​ໜຶ່ງ​ກໍ່​ແມ່ນ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ກຳລັງ​ກ້າ​ວ​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ຂົງ​ເຂດ​ການ​ຄ້າ​ສິນຄ້າ, ບັນດາ​ປະ​ເທດ​ອາ​ຊຽນກຳລັງດຳ​ເນີນການ​ປະຕິ​ຮູບ​ດ້ານ​ການ​ເຮັດ​ໃຫ້​ແຫຼ່ງຜະລິດ​ຫັນ​ເປັນ​ການ​ຄ້າ​​ເສລີ. ​ໃນ​ຂົງ​ເຂດ​ການ​ບໍລິການ, ອາ​ຊຽນ​ໄດ້ລົງ​ເລິກ​ການ​ຈັດ​ຕັ້ງ​ປະຕິບັດ"ສັນຍາ​ຂອບ​ຂະ​ແໜງ​​ການ​ບໍລິການ​ອາ​ຊຽນ"ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ຂົງ​ເຂດ​ການ​ລົງທຶນ, ສັນຍາ​ການ​ລົງທຶນ​ຮອບດ້ານ​ຂອງ​ອາ​ຊຽນກຳລັງ​​ໄດ້​ຮັບ​ການປະຕິບັດ​ເປັນ​ຢ່າງ​ດີ, ການ​ລົງທຶນ​ໃນ​ພາກ​ພື້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ປະຈຸ​ບັນ​ນີ້, ການ​ຫັນ​ເປັນ​ເສລີ​ໃນ​ດ້ານ​ທະນາຄານ, ຂໍ້​ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຊີ​ດ້ານ​ໂທລະ​ຄົມມະນາຄົມ​ຂອງ​ອາ​ຊຽນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຊັກ​ໃຊ້. ຍ້ອນ​ວ່າ​ລະບອບ​ການ​ເມືອງ​ຂອງ​ປະ​ເທດ​ຕ່າງໆ​ຂອງອາ​ຊຽນມີ​ຄວາມ​ແຕກ​ຕ່າງ​ກັນ, ລະດັບ​ການ​ພັດທະນາ​ດ້ານ​ເສດຖະກິດ​ບໍ່​ດຸ່ນດ່ຽງ​ກັນ, ​ໃນ​ດ້ານ​ກົດໝາຍ, ວັດທະນະທຳ​ແລະ​ອື່ນ​ໆກໍມີ​ຄວາມ​ແຕກ​ຕ່າງ​ກັນ, ຄາດ​ຄະ​ເນ​ວ່າ​ຈັງຫວະ​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດຖະກິດ​ຂອງບັນດາ​ປະ​ເທດ​ອາ​ຊຽນກໍຈະ​ຕ່າງ​ກັນ. ນອກ​ນີ້, ຜູ້​ຊ່ຽວຊານ​ກ່າວ​ວ່າ, ສິ່ງ​ກີດຂວາງ​ຕົ້ນຕໍ​ທີ່​ເຮັດ​ໃຫ້ການ​ເຈລະຈາ​ຍັງ​ບ່ສາມາດ​ຜົນສຳ​ເລັດ​ລົງ​ແມ່ນ​ຄວາມ​ຮຽກຮ້ອງຕ້ອງການ​ດ້ານ​ມາດ​ຕະຖານ, ການ​ເຊື່ອມ​ໂຍງ​​ດ້ານ​ກົດລະບຽບຂອງ​ພາກສ່ວນ​ການ​ລົງທຶນ​ແລະ​ການ​ເຊື່ອມ​ໂຍງ​​ຂອງ​ຕະຫຼາດ​ທະນາຄານ​ແລະ​ສິ່ງ​ກີດຂວາງ​ດ້ານກຳ​ແພງ​ການ​ຄ້າ​ທີ່​ບໍ່​​ແມ່ນດ່ານ​ພາສີ​ດ້ານອື່ນໆ, ​ແລະ​ການ​ເຮັດ​ໃຫ້​ສັນຍາ​ລະຫວ່າງ​ປະ​ເທດຕ່າງໆ​ຂອງ​ອາ​ຊຽນກາຍ​ເປັນ​ລະບຽບຫຼັກ​ການ​ຂອງ​​ແຕ່ລະ​ປະ​ເທດ.

​ໃນ​ໄລຍະ​ຈັດ​ກອງ​ປະຊຸມ, ຍັງ​ໄດ້​ຈັດ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ການ​ພົວພັນ​ຄູ່​​ເສດຖະກິດຮອບດ້ານ​ໃນພາກ​ພື້ນ​ຫຼືRCEPຄັ້ງ​ທຳ​ອິດທິ່ມີ​10ປະ​ເທດ​ອາ​ຊຽນ, ​ແລະ6ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາຊຽນ, ຄື: ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອິນ​ເດຍ, ອົສຕຼາລີ, ນູ​ແວນ​ເຊີ​ລັງ​ເຂົ້າ​ຮ່ວມ.

ທ່ານ​ສິ​ເຮືອງ ວັນນາ​ລີດ, ຄະນະ​ມົນຕີ​ປະຕິບັດ​ງານ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ສັນຕິພາບ​ແລະ​ການຮ່ວມ​ມືສາກົນກຳປູ​ເຈຍ​ກ່າວ​ວ່າ, "ລັດທິ​ເສດຖະກິດພາກ​ພື້ນທີ່​​ເຊື່ອມ​ໂຍງ​ເຂົ້າ​ຫາ​ກັນ​ຈະ​ແມ່ນ​ກະ​ແສ​ຕົ້ນຕໍ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​​ໃນ​ພາກ​ພື້ນ​ອາຊີ, ຈີນ​ແລະ​ອາ​ຊຽນມີ​ຜົນ​ປະ​ໂຫຍ​ດ ຮ່ວມ​ໃນ​ດ້ານ​ການ​ຊຸກຍູ້​ການ​ເຊື່ອມ​​ໂຍງ​ເຂົ້າກັນ​ດ້ານ​ເສດຖະກິດ​ແລະ​ການ​ເຊື່ອມ​ຈອດ​ພາຍ​ໃນ​ພາກ​ພື້ນ​. ຫຼັງ​ຈາກ​ເຂດ​ການ​ຄ້າ​​ເສລີRCEPສ້າງ​ຕັ້ງ​ຂຶ້ນ, ຈະ​ເປັນ​ການ​​ເພີ່ມ​ຕື່ມ​ທີ່​ມີ​ຜົນ​ດີຕໍ່​ເຂດ​ການ​ຄ້າ​ເສລີຈີນ-ອາຊຽນ"