ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ຮັບຄວາມ​ຄື​ບໜ້າ​ເປັນ​ຢ່າງດີການ​ເຂົ້າ​ແຊກ​ແຊງ​ຈາກປະ​ເທດ​ໃຫຍ່​​ນອກ​ພາກ​ພື້ນ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ

(GMT+08:00) 2013-08-22 18:36:49     cri
ຕາມ​ຂ່າວCRI: ວັນ​ທີ22ສິງຫາ​ນີ້, ສູນ​ຄົ້ນຄວ້າ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ມະຫາວິທະຍາ​ໄລ​ຢຸນນານ​ແລະສຳນັກ​ພິມ​ຈຳໜ່າຍວິທະຍາ​ນິພົນ​ປະຫວັດສາ​ດດ້ານ​ວິທະຍາສາດ​ສັງຄົມ​ຈີນ​ໄດ້​ຮ່ວມ​ກັນ​ເຜີຍ​ແຜ່<ປຶ້ມ​ປົກ​ສີຟ້າອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ>2013. ​ໃນ<ປຶ້ມ​ປົກ​ສີຟ້າ>​ໄດ້ຊີ້​ອອກ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​​ໃນອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​​ໄດ້​ກາຍ​ເປັນ​ແບບຢ່າງ​ທີ່​ມີ​ຜົນສຳ​ເລັດ​​ຂອງການ​ຮ່ວມ​ມືດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ອາຊີ​ແລະ​ການ​ຮ່ວມ​ມື​ໃຕ້ໆ, ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ດ້ານ​ການ​ຄ້າ​ລະຫວ່າງຈີນ​ແລະ​ບັນດາ​ປະ​ເທດ​​ໃນ​ອະນຸ​ພາກ​ພື້ນ​ແມ່​ນໍ້າຂອງ, ທ່ານ​ຫຼິວ ຈື້, ຫົວໜ້າ​ຄະນະ​ບັນນາທິການ​ຂອງ<ປື້​ມປົກສີຟ້າ>ກ່າວ​ວ່າ, ​ໃນ​ສະພາບ​ແວດ​ລ້ອມ​ໃຫຍ່​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ຢ່າງ​ໜັກໜ່ວງ​ດ້ານ​ການ​ຟື້ນ​ຕົວ​ຂອງເສດຖະກິດ​ໂລກ, ນະ​ໂຍບາຍ​ໃໝ່​ຂອງ​ການ​ເປີດ​ປະຕູ​ຕໍ່​ພາຍ​ນອກ​​ໃນ​ສະ​ໄໝ​ໃໝ່​ຂອງ​ຈີນ​ໄດ້​ເຮັດ​ໃຫ້​ເສດຖະກິດ​ຂອງ5ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ຄື: ​ລາວ, ຫວຽດນາມ, ມຽນມາ, ​ໄທ​ແລະ​ກຳປູ​ເຈຍມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ປີ2012, ​​ເຊິ່ງຈັງຫວະການ​ເຕີບ​ໂຕ​ໄດ້​ບັນລຸ​ຫຼາຍ​ກວ່າ5%. ​ແຕ່​ວ່າ​ປະຈຸ​ບັນ​ນີ້, ປະ​ເທດ​ໃຫຍ່​ນອກ​ພາກ​ພື້ນ​ຄື: ອາ​ເມ​ລິ​ກາ, ຍີ່ປຸ່ນ​ແລະອິນ​ເດຍໄດ້​ເຂົ້າ​ແຊ​ກ​ແຊງ​​ພາກ​ພື້ນ​ນີ້​ຢ່າງ​​ແຂງ​ແຮງ​​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ຜູ້​ຊ່ຽວຊານ​ໄດ້​ສະ​ເໜີ​ໃຫ້​ຈີນຄວນ​ຕັ້ງໜ້າ​ປະສານ​ງານ​​ການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫຍ່, ສ້າງ​ພະລັງງານ​ທາງ​ບວກ​​ໃຫ້ການ​ພັດທະນາ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ​ເພື່ອ​ສ້າງສະຖານະ​ການ​ທີ່​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ.