ລັດ​ຖະມົນຕີ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​​​ເຈລະ​ຈາກັບ​ຮອງນາ​​ຍົກລັດ​ຖະມົນຕີກໍາປູ​ເຈຍ

(GMT+08:00) 2013-08-22 11:30:19     cri

ວັນ​ທີ21ສິງຫານ​ນີ້,ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້​ພົບ​ປະ​​ເຈ​ລະ​ຈາ​ກັບ​ທ່ານ​ຮໍ​ນາມ​ຮົງ ຮອງນາຍົກ​ລັດຖະມົນຕີ​ທັງ​ເປັນລັດ​ຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທດ​ແລະ​ການ​ຮ່ວມ​ມືສາກົນ​ກໍາປູ​ເຈຍ.


ທ່ານ​ຫວາງ​ຢີ້ກ່າວ​ວ່າ,ລັດຖະບານ​ຊຸດ​ໃໝ່​ຂອງ​ຈີນ​​ໃຫ້​ຄວາມ​ສໍາ​ຄັນ​ຫລາຍ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບກໍ​າປູ​ເຈຍ​,ຈະ​ສື​ບຕໍ່​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ໄມຕີ​ຈິດຕໍ່​ກໍ​າປູ​ເຈຍ.ສອງ​ຝ່າຍ​ຄວນ​ຮັກສາ​ກາ​ນ​ໄປມາ​ຢ້ຽມຢາ​ມກັນ​ໃນ​ລະດັບສູງ,ຈັດ​ກອງ​ປະຊຸມ​ຄັ້ງ​ທໍາ​ອິດ​ຂອງ​ຄະນະ​ກໍາມະການ​ປະ​ສານ​ງານ​ລະຫວ່າງ​ລັດ​ຖະບານຈີນ​ແລະ​ກໍາປູ​ເຈຍ​ໃຫ້ດີ,ຈັດຕ​ຕັ້ງ​ປະຕິບັດ​ແຜນການ​​ເຄື່ອນ​ໄຫວກ່ຽວ​ກັບການ​ພົວພັນ​ຄູ່ຮ່ວມ​ມື​​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​​ແລ​ະ​ກໍ​າປູ​ເຈຍ,ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​​ຕົວ​ຈິງ​ໃນ​ຂົງ​ເຂດຕ່າງໆ,​ເພີ່ມທະວີ​ໄມຕີ​ຈິດ​ມິດຕະພາບລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ,ລົງ​ເລິ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານຢ່າງ​ຕໍ່​ເນື່ອງ.​


ທ່ານ​ຮໍ​ນາມ​ຮົງກ່າວ​ວ່າ,ຈີນ​ເປັນ​ປະ​ເທດ​ທີ່​ກໍາປູ​ເ​ຈຍມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​.ກໍາປູ​ເຈຍ​ຂໍ​ສະ​ແດງ​ຄວາ​ມ​ຂອບ​ໃຈ​ນໍາຝ່າຍ​ຈີນ​ທີ່​ໄດ້​ອໍານວຍ​ການສະໜັບສະໜູນແລ​ະການຊ່ວຍ​ເຫລືອ​ໃຫ້​ແກ່​ກໍາ​ປູ​ເຈຍ​ໃນ​ເວລາ​ດົນ​ນານມາ​ນີ້.ຝ່າ​ຍກໍາປູ​ເຈຍ​ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍຈີນ​ເພື່ອລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ຄ້າ,ການ​ລົ​ງທຶນ,ກະສິກໍາ,ຊົນລະປະທານ​,ການທ່ອງທ່ຽວ​ແລະ​ອື່ນໆ,​​ຂະຫຍາຍ​ແລະ​ພັດ​ທະນາ​ເນື້ອ​​ໃນ​ການ​ຮ່ວມ​ມື​ຂອງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ.ຝ່າ​ນກໍາ​ປູ​ເຈຍ​ຈະ​ເສີ​ມຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ​ແລະ​ມີ​ລັກສະນະ​ສ້າງສັນ​​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຈີນ​-ອາຊຽນ.