ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່ຂ່າວ​ລື​ກ່ຽວ​ກັບ​ການ​ໃຊ້​ອາວຸດ​ເຄມີ​ຄັ້ງ​ຫຼ້າ​ສຸດຢູ່​ຊີຣີ

(GMT+08:00) 2013-08-23 11:11:05     cri
ຕາມ​ຂ່າວCRI: ວັນ​ທີ 21 ສິງຫາ​ນີ້, ຢູ່​ເຂດ​ສູ້ຮົບ​ກັນ​ລະຫວ່າງ​ທະຫານ​ລັດຖະບານ​ຊີຣີ​ແລະ​ກອງ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ຊີຣີ​ໄດ້​ເກີດ​ຂ່າວ​ລື​ກ່ຽວ​ກັບ​ການ​ໃຊ້​ອາວຸດ​ເຄມີ​ອີກ​ເທື່ອ​ໜຶ່ງ, ຂ່າວ​ລື​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ.

ນອກຈາກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະຊຸມ​ສຸກ​ເສີນ​ກ່ຽວ​ກັບ​ເລື່ອງ​ນີ້​ໃນ​ວັນ​ທີ 21 ສິງຫາ​ນີ້​ແລ້ວ, ທ່ານ​ບານ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ວັນ​ທີ 22 ສິງຫາ​ນີ້​ກ່າວ​ເນັ້ນ​ວ່າ, ຕ້ອງກວດກາຂ່າວ​ລື​ກ່ຽວ​ກັບ​ການ​ໃຊ້​ອາວຸດ​ເຄມີ​ຢູ່​ຊີຣີຄັ້ງຫຼ້າ​ສຸດ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ​ແລະ​ກ່າວ​ວ່າ​ໄດ້ສົ່ງ​ເຈົ້າ​ໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ໄປ​ຊີຣີ​ເພື່ອ​​ເລື່ອງ​ນີ້​ແລ້ວ.

ວັນ​ທີ 22 ສິງຫາ​ນີ້, ທ່ານນາງ​ເຈນ ປູຊາ​ກີ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ປະຈຸ​ບັນ​ລັດຖະບານ​ອາ​ເມ​ລິ​ກາ​ຍັງ​ບໍ່​ພິສູດ​ໄດ້​ຕົກລົງ​ວ່າ​ກອງທະຫານ​ຂອງ​ລັດຖະບານ​ຊີຣີ​ໄດ້​ໃຊ້​ອາວຸດ​ເຄມີຫຼື​ບໍ່, ​ແຕ່​ອາ​ເມ​ລິ​ກາ​ກຳລັງ​ຮ່ວມ​ມື​ຢ່າງ​ໃກ້ຊິດກັບປະ​ເທດ​ພັນທະ​ມິດ​ແລະ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ຈຳນວນ​ໜຶ່ງ, ​ເພື່ອ​ຊອກ​ຮູ້​ຄວາມ​ຈິງ​ໂດຍ​ໄວ.

ວັນ​ທີ 22 ສິງຫາ​ນີ້, ທ່ານ​ອາ​ເລັກ​ຊັນ​​ເດີ ລຸ​ຄາ​​ເຊ​ວິດ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ, ຫຼັກ​ໝັ້ນ​ຂອງຣັດ​ເຊຍ​ກ່ຽວ​ກັບ​ບັນຫາ​ອາວຸດ​ເຄມີ​ຂອງ​ຊີຣີຈະ​ຂຶ້ນ​ກັບ​ຜົນ​ການ​ກວດກາຂອງ​ອົງການ​ສະຫະ​ປະຊາ​ຊາດ. ທ່ານລຸ​ຄາ​ເຊີ​ວິດກາວ​ວ່າ, ຣັດ​ເຊຍ​ຫວັງ​ວ່າ​ຜູ້​ຊ່ຽວຊານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຈະດຳ​ເນີນ​ການກວດກາຢ່າງ​ພາວະ​ວິ​ໄສ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ແກ້​ໄຂ​ວິ​ກິດ​ການ​ຊີຣີດ້ວຍ​ວິທີ​ທາງການ​ເມືອງ.