ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຫດການ​ຊາວ​ຮົງ​ກົງ​ຈີນຖືກ​ກັກ​ເປັນ​ຕົວ​ປະກັນ​ທີ່​ມາ​ນີລາເລີ່​ມທວງຄ່າ​ທົດ​ແທນ​ນຳ​ຟິລິບ​ປິນ​ໂດຍ​ຜ່ານ​ສານ​ຮົງ​ກົງ

(GMT+08:00) 2013-08-23 18:00:22     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 22 ສິງຫາ​ນີ້​ແມ່ນ​ວັນ​ສຸດ​ທ້າຍ​ໃນ​​ເວລາ​ກຳນົດ 3 ປີ​ທີ່​ການ​ທວງ​ຄ່າທົດ​ແທນ​ໃນ​ເຫດການຊາວ​ຮົງ​ກົງ​ຈີນ​ຖືກ​ກັກ​ເປັນ​ຕົວ​ປະກັນທີ່​​ເກີດ​ຂຶ້ນຢູ່ມາ​ນີລາ. ​ໃນ​ມື້​ດຽວ​ກັນ, ​ແມ່​ຂອງ​ທ້າວ​ເຊ​ຖິງຈິ້ນ​ທີ່​ໄດ້​ເສຍ​ຊີວິດ​ໃນ​ເຫດການ ​​ແລະ​ຜູ້​ລອດ​ຊີວິດ​ສອງ​ຄົນ ຄື: ນາງ​ອີ້​ສຽວຫຼິງ ​ແລະ ທ້າວ​ເສີນ​ໂກ​ຈູ້ ​ໄດ້​ມອບ​ໝາຍ​ໃຫ້​ທະນາຍຄວາມ​ທຳ​ຄວາມຮ້ອງ​ຟ້ອງ​ນຳ​ສານ​ຂັ້ນສູງ​ຂອງ​ຮົງ​ກົງ​ຈີນ, ​ເພື່ອ​ທວງ​ຄ່າ​ທົດ​ແທນ​ທີ່​ກ່ຽວຂ້ອງ.

ຕອນ​ບ່າຍ​ມື້​ດຽວ​ກັນ, ທະນາຍຄວາມ​ທີ່​ຕາງໜ້າ​ຜູ້​ເສຍ​ຊີວິດ​ແລະ​ຜູ້​ລອດ​ຊີວິດ​ໃນ​ເຫດການ​ກັກ​ຕົວ​ປະກັນ​ທີ່​ມາ​ນີລາ ​ໄດ້​ໄປ​ຮອດ​ສານ​ຂັ້ນສູງ​ຂອງ​ຮົງ​ກົງ, ​ເພື່ອ​ຮ້ອງ​ຟ້ອງລັດຖະບານ​ຟິລິບ​ປິນ, ອະດີດ​ເຈົ້າຄອງ​ນະຄອນຫຼວງມາ​ນີລາ ​ແລະ ຕຳຫຼວດຟິລິບ​ປິນ 7 ຄົນ, ​ໃນ​ນັ້ນ 8 ຄົນ​ດັ່ງກ່າວ ຄື ອະດີດ​ເຈົ້າຄອງ​ນະຄອນຫຼວງມາ​ນີລາ ​ແລະ ຕຳຫຼວດຟິລິບ​ປິນ 7 ຄົນ​​ໄດ້​ຖືກ​ຊີ້​ອອກ​​ໃນ​ບົດ​ລາຍ​ງານ​ການ​ສຳຫຼວດຂອງ​ລັດຖະ ບານ​ຟິລິບ​ປິ​ນວ່າ​ຕ້ອງ​ເປັນ​ຜູ້​ຮັບຜິດຊອບ​ໃນ​ເຫດການ​ນີ້. ພາຍຫຼັງຮ້ອງ​ຟ້ອງ​ຕໍ່​ສານ​ແລ້ວ, ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ແລະ​ຜູ້​​ໄດ້​ຮັບບາດ​ເຈັບ​ໃນ​ເຫດການຈະ​ໄປ​ຍື່ນ​ຄຳ​ຮ້ອງ​​ໃຫ້​ສະຖານ​ກົງສຸນ​ໃຫຍ່​ຟິລິບ​ປິນປະຈຳ​ຮົງ​ກົງ​​ໂດຍ​ກົງໃນ​ວັນ​ທີ 23 ສິງຫາ​ນີ້.

ມື້​ດຽວ​ກັນ, ທ່ານລີ​ໂກ​ໂຕ້ງ, ຫົວໜ້າພະ​ແນ​ກຮັກສາ​ຄວາມ​ໝັ້ນຄົງຂອງ​ອຳນາດ​ການ​ປົກຄອງ​​ເຂດ​ພິ​ເສດຮົງ​ກົງ ກ່າວ​ວ່າ: ​ໃນຫຼາຍປີຜ່ານ ມານີ້, ອຳນາດ​ການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງກໍ​ໄດ້​ໃຫ້​ຄຳ​ຕອບ​ທີ່​​ເໝາະ​ສົມ​ແລະສົມ​ເຫດ​ສົມ​ຜົນຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຄອບຄົວ​ຂອງ​ຜູ້ກ່ຽວ​ແລ້ວ, ​ແຕ່​ຈົນ​ຮອດ​ປັດຈຸບັນ​ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ຄຳ​ຕອບ​ທີ່​ຈະ​ແຈ້ງຈາກ​ຝ່າຍ​ຟິລິບ​ປິນ​ເທື່ອ, ທາງ​ການ​ຮົງ​ກົງ​ຈະ​ສືບ​ຕໍ່ຕິດຕາມ​ເຫດການ​​ນີ້​ດ້ວຍຄວາມ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ. ຫວ່າງ​ມໍ່ໆ​ນີ້, ທ່ານຫຼຽງ​ເຈີ້ນ​ອິ່ງ, ຜູ້​ບໍລິຫານ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ກໍ​ກ່າວ​ວ່າ: ອຳນາດ​ການ​ປົກຄອງ​ເຂດ​ພິ​ເສດ​ຈະ​ສືບ​ຕໍ່​ຕິດຕາມ​ເຫດການ​ນີ້, ​ແລະ​ຕິດຕາມ​ເຫດການ​ດ້ວຍ​ວິທີ​ທີ່​ຕ່າງ​ກັນ, ຊ່ອງ​ທາງ​ທີ່​ຕ່າງ​ກັນ ​ແລະ ​ໃນ​ສະຖານ​ທີ່​ທີ່​ຕ່າງ​ກັນ, ​ເພື່ອ​ຮັບປະກັນ​ໃຫ້​ລັດຖະບານ​ຟິລິບ​ປິນຕ້ອງ​ຄືນ​ຄວາມຍຸດຕິ​ທຳ​ແກ່​ຜູ້​ເສຍ​ຊີວິດ​ແລະ​ຄອບຄົວ ​ແລະ​ຜູ້​ໄດ້ຮັບບາດ​ເຈັບ​ໃນ​ເຫດການຕົວ​ປະກັນທີ່​ມາ​ນີລາ​ຟິລິບ​ປິນ.