ເວັບ​ໄຊ​ທາງສັງຄົມ​ມຽນມາຍັງ​ຕ້ອງ​ມີ​ການຕິດຕາມຄຸ້ມ​ຄອງ​ຢ່າງ​ເຂັ້ມງວດຕື່ມ​ອີກ

(GMT+08:00) 2013-08-23 18:11:09     cri

ຫວ່າງ​ບໍ່​ດົນ​ມາ​ນີ້, ນັກ​ຂ່າວ​ໄດ້​ໄປ​ສຳພາດ​ຂ່າວ​ຢູ່​ເມືອງ​ເມັກ​ຕີ​ລາ​ມຽນມາ​ທີ່​ເຄີຍ​ເກີດ​ເຫດການ​ວຸ້ນວາຍ​ທາງ​ສາສະໜາ​ໃນ​ແຕ່​ກ່ອນ​, ​ແລະ​ໄດ້​ພົບ​ວ່າ, ​ເຖິງ​ວ່າ​ລັດຖະບານ​ມຽນມາ​ໄດ້​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ການສັນຈອນ​ໃນ​ຍາມ​ກາງຄືນ​ຜ່ານ​ມາ 4 ​ເດືອນ​ແລ້ວ​ ​ແລະ​ລະບຽບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນກໍ​ໄດ້​ຟື້ນ​ຟູ​ຄືນ​ສູ່​ປົກກະຕິ​ເປັນ​ກ້າວໆກໍ​ຕາມ, ​​ແຕ່​ກໍ​ຍັງ​ມີ​ຊາວ​ມຸສລິ​ມພັນ​ກວ່າ​ຄົນ​ຍັງ​ພັກ​ຢູ່​ໃນ​ຄ້າຍ​ຊາວ​ອົບ​ພະຍົບທີ່​ສ້າງ​ຂຶ້ນຊົ່ວຄາວ. ​ໃນ​ເຫດການ​ປັ່ນ​ປ່ວນ​ວຸ້ນວາຍ​ຄັ້ງນັ້ນ, ການ​ປຸກລະດົມ​ຈາກ​ເວັບ​ໄຊ​ທາງ​ສັງຄົມ ​ໄດ້​ເຮັດ​ໃຫ້ສອງກຸ່ມ​ຄົນ ຄື ຊາວ​ພຸດ​ແລະ​ຊາວ​ມຸສລິ​ມ ມີ​ຄວາມ​ລະ​ເວ​ງສົງ​ໄສ​ແລະ​​ເປັນປໍ​ລະ​ປັກ​ກັນ​ຮຸນ​ແຮງຂຶ້ນຕື່ມ. ​ທີ່​ຈິງ​ແລ້ວ, ບໍ່​ວ່າ​ເຫດການ​ວຸ້ນວາຍ​ທີ່​ເກີດ​ຂຶ້ນຢູ່​ລັດ​ຍະ​ໄຂ່​ມຽນມາໃນ​ປີ​ກາຍ​ນີ້ ຫຼືວ່າ ​ເຫດການ​ປະ​ທະ​ກັນ​ທາງ​ສາສະໜາ​ທີ່​​ເກີດ​ຂຶ້ນຢູ່ຫຼາຍ​ແຫ່ງ​ຂອງ​ມຽນມາ​ໃນ​ປີ​ນີ້, ​ເວັບ​ໄຊ​ທາງ​ສັງຄົມ​ກໍ​​ແມ່ນ​ສິ່ງທີ່​ເບິ່ງ​ຂ້າມ​ບໍ່​ໄດ້. ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ເວັບ​ໄຊ​ທາງ​ສັງຄົມ ​ນັບ​ມື້​ນັບກາຍ​ເປັນຂໍ້​ສົນທະນາທີ່ສຳຄັນ​ໃນການ​ສຳນຶກ​ຄືນ​ຂອງ​ສັງຄົມ​ມຽນມາ, ການ​ເພີ່ມ​ທະວີ​ການ​ຄຸ້ມຄອງ​ແລະ​ການ​ຊີ້​ນຳ​ຕໍ່​ເວັບ​ໄຊ​ທາງ​ສັງຄົມ​ກໍ​ມີ​ຄວາມ​ຈຳ​ເປັນ​ແລະມີ​ຄວາມຮີບ​ດ່ວນ​ນັບ​ມື້​ນັບພົ້ນ​ເດັ່ນ​ຂຶ້ນ.

ນອກຈາກ​ນີ້​ແລ້ວ, ກ່ຽວ​ກັບ​ສາ​ເຫດຕົ້ນຕໍ​ທີ່​ພາ​​ໃຫ້​ເກີດ​ການ​ປະ​ທະ​ກັນ​ທາງ​ສາສະໜາ​ພາຍ​ໃນ​ປະ​ເທດ​ມຽນມາ​ທີ່​ຖືກ​ເວັບ​ໄຊ​ທາງ​ສັງຄົມ​ປັ່ນ​ຂ່າວຫຼາຍ​ເທື່ອ​ແລ້ວນັ້ນ, ນັກຄົ້ນຄວ້າ​ຊັ້ນສູງ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​​ໃຕ້​ສິງກະ​ໂປ, ນັກວິຊາການ​ເຊື້ອສາຍ​ມຽນມາ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ​ໂດຍ​ຊີ້​ອອກ​ວ່າ: ລັດຖະບານ​ມຽນມາ​ຕ້ອງ​ປະຕິບັດ​ຕໍ່​ເຫດການ​ຄ້າຍຄື​ກັນ​ນີ້​ຢ່າງ​ເຂັ້ມ​ງວດ, ບໍ່​ວ່າການ​ປະ​ທະ​ກັນຈະ​ເກີດ​ຂຶ້ນຢູ່​ບ່ອນ​ໃດ​ກໍ​ຕາມ, ລັດຖະບານ​ມຽນມາ​ກໍ​ຕ້ອງ​ລົງ​ໂທດ​ຜູ້​ກະທຳ​ຜິດ​ຢ່າງ​ເຂັ້ມງວດຕາມ​ກົດໝາຍ. ​ເມື່ອ​ເບິ່ງ​ຈາກ​ໄລຍະ​ຍາວ​ນານ​ແລ້ວ​ເຫັນ​ວ່າ, ລະຫວ່າງ​ສອງ​ກຸ່ມ​ຄົນ ຄື ຊາວ​ພຸດ​ແລະ​ຊາວ​ມຸສລິ​ມຂອງ​ມຽນມາ​ກໍ​ຕ້ອງ​ມີ​ການ​ສົນທະນາ​ກັນ, ລັດຖະບານ​ຕ້ອງ​​ໃຫ້​ການ​ໂຄສະນາ​ແລະ​ສຶກສາອົບຮົມ, ​ເພີ່ມທະວີ​ຄວາມ​​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ກຸ່ມ​ຄົນ​ດັ່ງກ່າວ.