ການປະຕິບັດ​ກົ​ດໝາຍ​ແລ​ະລາດຕະ​ເວ​ນຮ່ວມ​ຄັ້ງ​ທີ13ຂອງ​ຈີນ,ລາວ,ມຽນມາ,​ແລະໄທ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາ​ມ

(GMT+08:00) 2013-08-23 14:26:53     cri

ເວລາ14​ໂມງ​ວັນ​ທີ22ສິງຫາ​ນີ້,ການ​ປະຕິບັດ​ກົ​ດໝາຍ​ແລ​ະລາດຕະ​ເວ​ນຮ່ວມ​ຄັ້ງ​ທີ13ຂອງ​ຈີນ,ລາວ,ມຽນມາ,​ໄທ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົ​ບງາ​ມ.


ການ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ໄດ້​ດໍາ​ເນີນ​ໄປ​ເປັນ​​ເວລາ4ມື້3ຄືນ,ຈີນ,ລາວ,ມຽນມາແລ​ະໄທ​ໄດ້​ແຕ່ງຕັ້ງ​ເຈົ້າ​ໜ້າ​ທີ່159ຄົນ,​ເຮືອປະຕິບັດ​ໜ້າ​ທີ່8ລໍາ​,ໄດ້​ນໍາ​ໃຊ້​ຮູບການ​ຕ່າງໆ​ເຊັ່ນລາດຕະ​ເວ​ນຢ່າ​ງທົ່ວ​ເຖິງ,ກວດ​ກາ​ສະຖານ​ທີ່​ສະ​ເພາະ,ຕິດຕາມ​ການ​ເດີນ​ເຮືອ​ແລະ​ອື່ນໆ ​ທັງໄດ້​ດໍາ​ເນີນ​ການ​ປະຕິບັດ​ກົ​ດໝາຍ​ຢູ່​ເຂດ​​ແມ່​ນໍ້າ​ທີ່​ສໍາຄັນ​ເຊັ່ນ​ເຂດ​ແມ່​ນໍ້າທີ່​ກໍານົດ​ໄວ້​ແລ້ວແລະ​ເຂດ​ແມ່ນນໍ້າ​ສາມຫລ່ຽມ​ຄໍາ.ການ​ປະຕິບັດ​ວຽກ​ງານ​ຄັ້ງ​ນີ້​ໄດ້​ກວດກາ​ເຮືອທັງ​ໝົດ15ລໍາ,​ເຄື່ອງສິນຄ້າ634​ໂຕນ,ຮ່ວມ​ກັນ​ຢ້ຽມຢາມ​ລູກ​ເຮືອ23ຄົນ​ແລະ​ໄດ້​ແຈກ​ຢາຍ​ບັດ​ຂໍ້ມູນວິທີ​ຕິດຕໍ່ຕໍາຫລວດ32ບັດ.


​ໃນ​ໄລຍະ​ການ​ປະຕິບັດ​ວຽກ​ງານ,​ເຈົ້າ​ໜ້າ​ທີ່​ຂອງ​ຈີນ,ລາວ,ມຽນມາ​ແລະ​ໄທ​ໄດ້ຈັດ​ກອງ​ປ​ະຊຸມ​ແລກປ່ຽນ​ຂ່າວ​ລັບ,ສອງ​ຝ່າຍຈີນ​ແລະ​ໄທ​ໄດ້​ດໍາ​ເນີນ​ການ​ເຄື່ອນ​ໄຫວ​​ໃນ​ການ​ແລກປ່ຽນ​ແລະ​ຢ້ຽມຢາມ​ເຊິ່ງກັນ​ແລ​ະກັນຢູ່​ນະຄອນ​ຊຽງ​ແສນ​ຂອງ​ໄທ ​ຕ່າງ​ໄດ້​​ແຈ້ງສະພາບ​ປ້​ອງກັນ​ຄວາມ​ສະຫງົບ​,ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ພວກປະ​ກອບ​ອາວຸດ​ທີ່​ຜິດກົດໝາຍ​ແລ​ະການ​ຕໍ່ຕ້ານອາ​ຊະ​ຍາ​ກໍາ​ດ້ານຢາ​ເສບ​ຕິດ​​ໃນ​ເຂດ​ລ່ອງ​ແມ່​ນໍ້າຂອງ​ໃຫ້​ກັນຊາ​ບ,ທັງ​ໄດ້​ບັນລຸ​ການ​ຮັບ​ຮູ້​ທີ່​ເປັນ​​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຮັດ​ແໜ້ນ​ກາ​ນພົວພັນ​,ລົງ​ເລິກ​ການ​ຮ່ວມ​ມື​ແລະ​ການ​ຕໍ່ຕ້ານ​​ອາ​ຊະ​ຍາ​ກໍາ​ດ້ານ​ຢາ​ເສບ​ຕິດ​ຢູ່​​ເຂດ​ລ່ອງ​ແມ່​ນໍ້າຂອງ​ຮ່ວມ​ກັນ.