ປະ​ເທດ​ລາວ​ກາຍ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ໄດ້​ທຶນ​ການ​ສຶກສາ​ຈາກລັດຖະບານ​ຈີນ​ຫຼາຍ​ກວ່າ​ໝູ່

(GMT+08:00) 2013-08-24 16:14:00     cri


(ນັກສຶກສາລາວທີ່ຈະໄປຮຽນຢູ່ຈີນຖ່າຍຮູບຮ່ວມກັນກັບຜູ່ນຳຈີນແລະລາວ)


ຕາມ​ຂ່າວCRI:ວັນ​ທີ 23 ສິງຫາ​ນີ້, ​ແຫ​ລ່ງຂ່າວຈາກ​ສະຖານທູດ​ຈີນ​ປະຈຳ​ລາວ​ແຈ້ງ​ໃຫ້​ຮູ້​ວ່າ, ປີ​ນີ້, ມີນັກ​ສຶກສາລາ​ວຈຳນວນ 68 ຄົນໄດ້​ຮັບທຶນ​ການ​ສຶກສາ​ຈາກລັດຖະບານ​ຈີນ. ປະຈຸ​ບັນ, ລາວ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາປະ​ເທດ​ທີ່​ໄດ້​ທຶນ​ການ​ສຶກສາຈາກ​ລັດຖະບານ​ຈີນ​ຫຼາຍ​ກວ່າ​ໝູ່.

​ໃນ​ງານລ້ຽງ​ສົ່ງ​ນັກ​ສື​ກສາ​ລາວ​ທີ່​ໄດ້​ທຶນ​ການ​ສຶກສາ​ລັດຖະບານ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ສະຖານທູດ​ຈີນ​ປະຈຳ​ລາວ, ທ່ານ​ກ່ວນ ຮວາ​ປິ່ງ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ກ່າວ​ວ່າ, ​ນັບແຕ່​ຈີນ-​ລາວ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເປັນ​ເວລາ 52 ປີ​ມາ​ນີ້, ຈີນ​ໄດ້​ໃຫ້​ຄວາມ​ສຳຄັນ​​ໃນ​ລະດັບສູງ​​ຕໍ່​ການ​​ແລກປ່ຽນ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ​ສອງ​ປະ​ເທດ, ​ໃນຊຸມ​ປີທີ່ຜ່ານມາ, ຈໍ​ານວນນັກ​ສຶກສາລາ​ວທີ່​​ໄດ້​ທຶນ​ການ​ສຶກສາ​ລັດຖະບານ​ຈີນ​​​ໄດ້​ກາຍພັນ​ກວ່າ​ທຶນ​ແລ້ວ​, ວິຊາ​ສະ​ເພາະ​​ການ​ຮ່ຳ​ຮຽນ​ມີ​ການ​ທູດ, ການ​ຄ້າ, ກະສິກຳ, ການ​ກໍ່ສ້າງ, ສາທາລະນະ​ສຸກ​ແລະ​ອື່ນໆ.

​ໃນ​ງານ​ລ້ຽງ​ດັ່ງກ່າວ, ທ່ານ​ລີ​ຕູ້ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ​ແລະ​ກິລາລາວ​ໄດ້​ຕາງໜ້າ​ລັດຖະບານ​ລາວ​ສະ​ແດງ​ຄວາມ​ຂອບ​ໃຈ​ແລະ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ຈິງ​ໃຈ​ມາ​ຍັງ​ລັດຖະບານ​ຈີນ​ທີ່​ໄດ້​ໃຫ້​ທຶນ​ແກ່​ນັກ​ສຶກສາລາ​ວ​​ເພື່ອໄປ​​ຮຽນ​ຕໍ່​ຢູ່​ຈີນ, ທ່ານ​ໄດ້​ລະດົມ​ນັກ​ສຶກສາລາ​ວພະຍາຍາມຮ່ຳຮຽນ, ​ເມື່ອກັບ​ຄືນ​ປະ​ເທດ​​ແລ້ວກໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ, ​ເພື່ອ​ສ້າງສາ​ໃຫ້​ປະ​ເທດ​ລາວ​ກາຍ​ເປັນ​ປະ​ເທດອຸດສາຫະກຳ​ທີ່​ທັນ​ສະ​ໄໝ​ຈາກ​ປະ​ເທດ​ກະສິກຳເທື່ອ​ລະ​ກ້າວ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ.

ປີ​ນີ້, ​​ໃນນັກ​ສຶກສາລາ​ວທີ່​ໄດ້​ທຶນສຶກສາ​ຈາກ​ລັດຖະບານ​ຈີນຈຳນວນ 68 ຄົນ​ນັ້ນ, ມີທຶນ​ປະລິນຍາ​ຕີ 20 ຄົນ, ປະລິນຍາ​ໂທ 40 ຄົນ​ແລະ​ປະລິນຍາ​ເອກ 8 ຄົນ.


1 2 3