6 ບໍລິສັດ​ອາ​ຊຽນກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10

(GMT+08:00) 2013-08-24 16:02:48     cri

ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ຄູ່່​ຮ່ວມ​ມື​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນປີ 2013 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ນານ​ນິງຂອງ​ຈີນ​ໃນ​ວັນ​ທີ 23 ສິງຫາ​ນີ້.ມີ 45 ບໍລິສັດ​ທັງ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10 ​,​ໃນ​ນັ້ນ, 6 ບໍລິສັດ​ອາ​ຊຽນທີ່​ມາ​ຈາກ​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ສິງກະ​ໂປ​ແລະ​ຫວຽດນາມ​​ແມ່ນ​ຈຸດຮຸ່ງ​ໃສ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້.ນີ້​ແມ່ນ​ຄູ່ຮ່ວມ​ມື​ຈາກ​ບໍລິສັດ​ອາ​ຊຽນຂອງ​ງານ​ວາງສະ​ແດງ​ອີກ​ຈຳນວນ​ຫນຶ່ງ​ຫລັງ​ຈາກ​​ກຸ່ມຊິນ​ນາແມສກຼຸບ (SinarMasGroup)ຂອງ​ອິນ​ໂດ​ເນ​ເຊຍ​ແລະບໍລິສັດ​ເບຍ​ລາວກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ງານ​ວາ​ງສະ​ແດງີນ​ອາ​ຊຽນ.

ປີ​ນີ້, ຈຳນວນຫົວຫນ້າ​ຄູ່​ຮ່ວມ​ມື, ຄູ່​ຮ່ວມ​ມື​ທາງຍຸດ​ທະ​ສາດ,ຄູ່​ຮ່ວມ​ມື​ໃນ​ຂະ​ແຫນງ​ການ​ແລະ​ຄູ່​ຮ່ວມ​ມື​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10 ລວມມີ 64 ບໍລິສັດ,​ເຊິ່ງຫລາຍ​ກວ່າ​ປີ​ກາຍ​ນີ້.

​ໃນ​ກອງ​ປະຊຸມ​ຂ່າວ, ທ່ານ​ຫວງ​ຜິ​ງຊີ, ຮອງ​ເລຂາ​ກອງ​ເລຂາ​ງານ​ວາ​ງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນກ່າວ​ວ່າ, ​ໃນ 10 ປີ​ແຫ່ງ​ການຈັດ​ງານວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ, ​ໄດ້​ສຸມ​ໃສ່​ການ​ຈັດກິດຈະກຳ​ຕ່າງໆ​ເຊັ່ນ​ການ​ຮ່ວມ​ມື​ດ້ານ​ສິນຄ້າ, ການ​ລົງທຶນ​ແລະ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ​ໄດ້​ສ້າງ​ແບບຢ່າງ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,​ແລະການ​ພົວພັນ​ລະຫວ່າງ​ປະ​ເທດ​ພວມ​ພັດທະນາ​ກັບປະ​ເທດ​ພວມ​ພັດທະນາ.ຄູ່​ຮ່ວມ​ມື​ເຫລົ່າ​ນີ້​ໄດ້​ເກາະ​ແຂນກັບ​ງານ​ວາງສະ​ແດງ​ແລະ​ກ້າວ​ໄປ​ຫນ້າຮ່ວມ​ກັນ,​ເຕີບ​ໂຕ​ຂະຫຍາຍຕົວ,​ໄດ້ປະກອບສ່ວນ​ອັນ​ສຳຄັນເຂົ້າໃນ​ການ​ພັດທະນາ​ຂອງ​ງານ​ວາງສະ​ແດງ.

ທ່ານ​ຫວງຜິ​ງຊີ​ກ່າວ​ວ່າ, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10 ຈະ​ປັບປຸງ​ເນື້ອ​ໃນ​ວາງສະ​ແດງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ,​ໃນ​ດ້ານ​ການ​ຄ້າ​ສິນຄ້າ​ຈະ​ວາງສະ​​ແດງ​ສິນຄ້າ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນຫລາຍ​ກວ່າ​ເກົ່າ.