ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບຄຳ​ເວົ້າຂອງ​ທ່ານ​ລີ​ຊຽນລຸງທີ່​ກ່ຽວພັນ​ກັບ​ຈີນ

(GMT+08:00) 2013-08-24 14:59:21     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 23 ສິງຫາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ ​ໄດ້​ອອກ​ຖະ​ແຫຼງການ, ​ໂດຍ​ໄດ້​ໃຫ້​ຄວາມ​ກະຈ່າງ​ແຈ້ງກ່ຽວ​ກັບ​ຄຳ​ເວົ້າຂອງ​ທ່ານ​ລີ​ຊຽນລຸງ​, ນາຍົກລັດ ຖະມົນຕີສິງກະ​ໂປ ທີ່​ໄດ້​ກ່າວ​ໃນ​ກອງ​ປະຊຸມກ່ຽວ​ກັບ​ອະນາຄົດຂອງ​ອາຊີຂອງ​ເວທີ​ປຶກສາ​ຫາລື​ສາກົນ​ນີ​ເກ​ອີ (Nikkei Global Management Forum) ຄັ້ງທີ 19 ທີ່​​ໄດ້ຈັດ​ຂຶ້ນ​ໃນ​ເດືອນ​ພຶດສະພາ​ປີ 2013.

ຖະ​ແຫຼງການ​ຊີ້​ອອກ​ວ່າ, ​ໃນ​ກອງ​ປະຊຸມ​ຄັ້ງນີ້, ​ໃນ​ເວລາ​ຖືກ​ຖາມ​ວ່າ​ປະ​ເທດ​ອ້ອມ​ຂ້າງ​ມີ​ຄວາມ​ຈຳເປັນຫຼືບໍ່ທີ່​ດຳ​ເນີນ​ການ​ຮ່ວມ​ມື​ເພື່ອ​ປິດ​ລ້ອມ​ຈີນ​, ທ່ານ​ລີ​ຊຽນລຸງ ​ໄດ້​ປະຕິ​ເສດ​ຄຳສະ​ເໜີ​ດັ່ງກ່າວ​ໃນ​ທັນທີ, ​ແລະ​ກ່າວ​ວ່າການ​ກະທຳ​ຄື​ແບບ​ນີ້​ແມ່ນ​ບໍ່​ມີ​ຜົນ​ປະ​ໂຫຍ​ດ​ແຕ່​ຢ່າງ​ໃດ, ສ່ວນ​ທ່ານ​ເອງ​ກໍ​ຈະ​ບໍ່ກ່າວ​​ຕຳນິຈີນ.

ຖະ​ແຫຼງການ​ໄດ້​ອ້າງ​ຕາມ​ຄຳ​ເວົ້າຂອງ​ທ່ານ​ລີ​ຊຽນລຸງ​ວ່າ: ປະ​ເທດ​ໃນ​ພາກ​ພື້ນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ຂອງ​ຈີນ; ຈີນ​ເອງ​ກໍ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ໃນ​ກາ​ນພັດທະນາ​ໂດຍ​ສັນຕິ ​ໂດຍ​ອີງ​ຕາມ​ຮູບ​ແບບ​ທີ່​ບໍ່​ເປັນ​ການ​ຂົ່ມຂູ່​ຕໍ່​ປະ​ເທດ​ໃກ້​ຄຽງ; ຈີນ​ກໍ​ຈະ​ພິຈາລະນາ​​ເຖິງ​ກຽດ​ຊື່​ສຽງ​ແລະ​ຖານະ​ຂອງຕົນ​ໃນສາກົນຢ່າງຮອບດ້ານ ​ໃນ​ເວລາ​ຊັ່ງຊາ​ຜົນ​ປະ​ໂຫຍ​ດ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ານ​ດິນ​ແດນ​ດ້ວຍ​ຮູບ​ແບບ​ບໍ່​ແມ່ນທາງ​ສັນຕິ​ວິທີ. ສະນັ້ນ, ຄື​ຄຳ​ເວົ້າທີ່​ວ່າ "​ໃຫ້​ປະ​ເທດ​ທີ່​ຢ້ານ​ກົວ​ຈີນ​ຄື​ປະ​ເທດພວກ​ເຮົາ​ນີ້ຜູກ​ເປັນ​ມິດສາ" ​ແມ່ນຄຳ​ເວົ້າທີ່​ບໍ່​ມີ​ລັກສະນະ​ສ້າງສັນ.

ຖະ​ແຫຼງການ​ຍັງ​ຂຽນ​ວ່າ: ທ່ານ​ລີ​ຊຽນລຸງ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນຈຸດ​ຢືນເປັນ​ເພື່ອນ​ມິດ​ທີ່​ດີ​ຂອງ​ຈີນ, ຄຳ​ວິຈານ​ຂອງ​ທ່ານມີ​ຈຸດ​ຢືນດຸນ​ດ່ຽງ​ກັນ, ກໍ​ບໍ່​ມີ​ເຈດ​ຕະນາ​ຢາກ​ເຮັດ​ໃຫ້​ສະຖານະ​ການ​ເຄັ່ງ​ຕຶງ​ຂຶ້ນ.