ກອງ​ເລຂາ​ອາ​ຊຽນສະ​ເຫຼີມສະຫຼອງອາ​ຊຽນສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 46 ປີ

(GMT+08:00) 2013-08-24 16:21:12     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ 23 ​ສິງຫາ​ນີ້, ກອງເລຂາ​ອາ​ຊຽນທີ່​ມີ​ສຳນັກງານ​ໃຫຍ່ຕັ້ງ​ຢູ່​ນະຄອນຫຼວງຈາ​ກາ​ຕາອິນ​ໂດ​ເນ​ເຊຍ​ ​ໄດ້ຈັດ​ກິດຈະກຳ​ສະ​ເຫຼີມສະຫຼອງອາ​ຊຽນສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 46 ປີ.

ເຈົ້າໜ້າທີ່ທີ່ມາຈາກ 10 ປະເທດອາຊຽນ, ແລະສະຖານທູດປະຈຳ​ອິນ​ໂດ​ເນ​ເຊຍ​ຂອງ​ຈີນ, ຍີ່​ປຸ່ນ, ອິນ​ເດຍ, ນູ​ແວນ​ເຊ​ລັງ, ອົສຕຼາລີ, ຣັດ​ເຊຍ, ອາ​ເມ​ລິ​ກາ, ກາ​ນາ​ດາ​ແລະ​ປະ​ເທດ​ອື່ນໆ, ພ້ອມ​ດ້ວຍຜູ້​ຕາງໜ້າ​ເອກ​ອັກ​ຄະ​ລັດຖະທູດ​ຂອງ​ບັນດາ​ປະ​ເທດປະຈຳ​ອາ​ຊຽນ, ຜູ້​ແທນ​ສະຫະພາບ​​ເອີ​ລົບ​ແລະ​ທ່ານ​ບາ​ຊູ​ຄີ ຈາ​ຮາ​ຈາ ​ເພີ​ນາມາ, ຮອງ​ເຈົ້າ​ຄອງ​ນະຄອນ​ຈາ​ກາ​ຕາ​ໄດ້​ເຂົ້າ​ຮ່ວມ​ກິດ​ກະ​ຈຳ​​ໃນ​ຄັ້ງ​ນີ້.

ທ່ານ​ວາ​ດັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ​ເລ​ເລືອ​ງມິ​ງ, ​ເລຂາທິການ​ໃຫຍ່​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ແລະ​ກ່າວ​ຄຳ​ປາ​ໄສ. ​​ໂດຍກ່າວ​ວ່າ, ບັນດາ​ປະ​ເທດ​ອາ​ຊຽນມີ​ສະຖຽນ​ລະ​ພາບ​ແລະ​ຄວາມ​ສາ​ມັກ​ຄີ​ໃນ​ປະຈຸ​ບັນ, ​ແມ່ນ​​ໄດ້​ປະ​ໂຫຍ​ດຈາກ​ຜູ້ນຳ​ບັນດາ​ປະ​ເທດ​ມີ​ຄວາມ​ສາມັກຄີ​, ຝ່າຍ​ຕ່າງໆ​ມີ​ການປະສານ​ການ​ແລະ​ຮ່ວມ​ມື​ກັນ, ​ແລະ​ໄດ້​ບັນລຸ​ຄວາມ​ເປັນ​ເອກະສັນ​ກັນ​ໃນ​ຂົງ​ເຂດ​ຕ່າງໆ, ຕໍ່​ໄປກໍ່​ຈະ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ເພື່ອ​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.