ຂໍ​ໂທດ ​ແລະ ສະບາຍດີ

(GMT+08:00) 2013-08-24 17:13:20     cri

ຂອບ​ໃຈ​ນຳ​ມິດ​ລາຍການ​ແລະບຼອກທີ່​ໄດ້​​ໃຫ້​ກຽດ​ຕິດຕາມ​ຟັງ​ລາຍການ​ວິ​ໄລ​ວັນ​​ແລະ​​ກວດ​ເບີ່​ງບຼອກວິ​ໄລ​ວັນ, ຫຼັງຈາກ​ໄດ້​ພັກຜ່ອນ​ເປັນ​ເວລາ​ເກືອບ ​ປີ່ິ​ໄລ​ວັນ​ໄດ້​ລູກ​​ແລະ​ເບີ່​ງ​ແຍງ​ລູກ​ແລ້ວບີ່​ງບ​ແລະ​ຄວາມ​ຈະ​ເລີ​ນ​8 ​ເດືອນຍ້ອນ​ເກີດ​ລູກ​​ແລະ​ເບີ່​ງ​ແຍງ​ລູກ​ແລ້ວ, ວິ​ໄລ​ວັນ​ກໍ່​ໄດ້​ໄປ​ຝຶກ​ງານ​ຢູ່​ພະ​ແນ​ກອື່ນ​ຂອງ CRI ​ເປັນ​ 2 ​ເດືອນ​ປາຍ, ຫວ່າງ​ມໍ່ໆ​ນີ້, ຈຶ່ງ​ໄດ້​ກັບ​ມາ​ເຮັດ​ວຽກ​ຢູ່​ພະ​ແນ​ກພາສາ​ລາວ​ເປັນ​ປົກກະຕິ, ສະ​ນັ້ນ, ຂໍ​ກ່າວ​ຄຳ​ວ່າ: ຂໍ​ໂທດ ທີ່​ບໍ່​ໄດ້​ຂຽນ​ບົດ​ໃໝ່​ເທີ​ງບຼອກນີ້.

ດຽວ​ນີ້, ລູກ​ຊາຍ​ວິ​ໄລ​ວັນ​ອາຍຸ​ປີ​ປາຍ​ແລ້ວ, ​ແຂງ​ແຮງ​ແລະ​ກໍ່​ໜ້າ​ຮັກ, ຫາ​ກໍ່​ຍ່າງ​ເປັນ, ​ເວົ້າ​ໄດ້​ແຕ່​ຄຳ​ສັບ​ງ່າຍໆ, ​ເຊັ່ນວ່າ: ບາໆ, ມາໆ​ເປັນ​ຕົ້ນ. ສຸຂະພາບ​ວິ​ໄລ​ວັນ​ກໍ່​ໄດ້​ຟື້ນ​ຟູ​ໃນ​ຂະໜາດ​ໃດ​ໜຶ່ງ​ແລ້ວ. ຫຼັງຈາກ​ໄດ້​ກັບ​ມາ​ເຮັດ​ວຽກ​, ວິ​ໄລ​ວັນ​ກໍ່​ໄດ້​ເປັນ​ໂຄສົກ​ຈັດ​ທຳ​ລາຍການ​ດາວ​ປະດັບ​ຟ້າ, ​​ເຊິ່ງອອກ​ອາກາດ​ໃນ 13 ​ໂມງທຸກ​ວັນ​ພຸດ 15 ​ໂມງ​ທຸກ​ວັນ​ພະຫັດ​ທາງ​ລະບົບ FM ​ແລະ 20 ​ໂມງ 40 ນາທີ​ທຸກ​ວັນ​ພຸດ​ທາງ​ລະບົບ AM. ​ຍັງ​​ໄດ້​ຈັດ​ລາຍການ CRI ທັນ​ຂ່າວ​ທີ່​ອອກ​ອາກາດ​ໃນ 16 ​ໂມງ​ 10 ນາທີ​ທຸກ​ວັນ​ອັງຄານ. ​ໃນ​ລາຍການ​ດາວ​ປະດັບ​ຟ້າ, ວິ​ໄລ​ວັນ​ຈະ​ແນະນຳ​ດາລາ​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​​ໃຫ້​ຟັງ, ບໍ່​ວ່າ​ນັກ​ຮ້ອງ​ລຸ່ນ​ໃໝ່ຫຼືລຸ່ນ​ເກົ່າ, ນັກ​ຮ້ອງ​ແຜ່ນດິນ​ໃຫຍ່​ຈີນຫຼື​ເຂດຮົງ​ກົງ, ​ໄຕ້​ຫວັນ, ວິ​ໄລ​ວັນ​ຈະ​ແນະນຳ​ອາ​ທິດ​ລະ​ໜຶ່ງ​ຄົນ, ​ທັງ​ເປີດ​ສຽງ​ເພງ​ທີ່​ມ່ວນ​ໆ​ຂອງ​ເຂົາ​ເຈົ້າ​ໃຫ້​ຟັງໄປ​ພ້ອມ. ສ່ວນ​​ໃນລາຍການ CRI ທັນ​ຂ່າວ​, ວິ​ໄລ​ວັນ​ຈະ​ແນະນຳ​ຂ່າວຫຼ້າສຸດ​ຂອງ​ຈີນ​ແລະ​ປະ​ເທດ​ຕ່າງໆ​ໃນ​ໂລກ​ສູ່​ຟັງ. ​ຕໍ່​ໄປ, ວິ​ໄລ​ວັນ​ຈະ​ເອົາ​ເນື້ອ​ໃນ​ຂອງ 2 ລາຍການ​ດັ່ງກ່າວ​ຂຶ້ນ​ບຼອກນີ້, ​ເພື່ອ​ແບ່ງປັນ​ກັບ​ທ່ານ!

​ຖ້າວ່າ​ທ່ານ​ມີ​ຄວາມ​ເຫັນ​ຫຍັງ​ຕໍ່​ການຈັດ​ທຳລາຍ​ການ​ຂອງ​ວິ​ໄລ​ວັນ, ຫຼືວ່າ​ຢາກ​ລົມ​ກັນ​ກັບ​ທ່ານ​ຜູ້​ຟັງ, ຍິນ​ດີ​ຕ້ອນຮັບ​ທ່ານ​ສົ່ງ​ອິ​ເມ​ວມາ​ຫາ​ວິ​ໄລ​ວັນ, ທີ່​ຢູ່​ອິ​ເມ​ວວິ​ໄລ​ວັນ​ແມ່ນ vilayvan@163.com, ຫຼືວ່າ​ສົ່ງ​ຂໍ້ຄວາມ​ສັ້ນ​ມາ​ໃຫ້ວິ​ໄລ​ວັນ​ໂດຍ​ກົງ​ກໍ່​ໄດ້, ​ເບີ​ມື​ຖື​ວິ​ໄລ​ວັນ​ແມ່ນ 0086 138 11903582, ວິ​ໄລ​ວັນ​ຄອງ​ຄອຍ​ສຽງ​ຈາກ​ທ່ານສະ​ເໝີ!