ນາຍົກ​ສິງກະ​ໂປ​ກ່າວ​ວ່າ ຫວັງ​ຢາກ​ພັດທະນາ​ການ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ

(GMT+08:00) 2013-08-26 15:27:26     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 25 ສິງຫາ​ນີ້, ທ່ານ​ລີ​ຊຽນລຸງ, ນາຍົກລັດຖະມົນຕີສິງກະ​ໂປ ​ເລີ່​ມດຳ​ເນີນ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຈີນ, ທ່ານ​ລີ​ຊຽນລຸງ ກ່າວ​ວ່າ: ການ​ພົວພັນ​ລະຫວ່າງ​ສິງກະ​ໂປ-ຈີນ​ໄດ້​ມີ​ການ​ພັດທະນາ​ຢ່າງ​ສະດວກ. ຄຽງ​ຄູ່​ກັບ​ກຳລັງ​ແຫ່ງ​ຊາດ​ຈີນ​ໄດ້​ມີ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ຈະ​ເລີ​ນກ້າວໜ້າ​ຂຶ້ນເລື້ອຍໆ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ທ່ານ​ລີ​ຊຽນລຸງ ກ່າວ​ຕື່ມ​ວ່າ: ການ​ຮ່ວມ​ມືໃນຫຼາຍຂົງ​ເຂດລະຫວ່າງ​ສິງກະ​ໂປ-ຈີນ​ລ້ວນ​ແຕ່​ໄດ້​ຮັບ​ຜົນສຳ​ເລັດ, ໜຶ່ງ​ໃນ​ນັ້ນ ​ເຂດ​ນິຄົມ​ອຸດ​ສາ​ຫະກຳ​ຊູ່​ໂຈ່​ວ ກໍ​ແມ່ນ​ຕົວຢ່າງ​ທີ່​ດີຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ. ປີ​ກາຍ​ນີ້, ທະນາຄານ​ສອງ​ແຫ່ງ​ຂອງ​ຈີນ​ໄດ້​ຮັບ​​ໃບ​ອະນຸຍາດ​​ໃຫ້​ດຳ​ເນີນທຸລະ​ກິດ​ຮອບດ້ານ​ເປັນ​ພິ​ເສດ​ຈາກ​ສິງກະ​ໂປ, ມາຮອດປີ​ນີ້, ມີ​ແຫ່ງ​ໜຶ່ງ​ໄດ້​ເລີ່​ມດຳ​ເນີນ​ທຸລະ​ກິດທີ່​ມີກາ​ນຊຳລະ​ດ້ວຍ​ເງິນ​ຢວນ, ນີ້​ແມ່ນ​ເນື້ອ​ໃນ​ສຳຄັນ​ອັນໜຶ່ງຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ລີ​ຊຽນລຸງ ຫວັງ​ຢາກຜ່ານ​ການ​ຢ້ຽມຢາມ​​ໃນ​ຄັ້ງນີ້ ​ຈະ​ສາມາດ​ຊຸກ​ຍູ້​ການ​ພົວພັນ​ກັບ​ຈີນ​ຕື່ມ​ອີກ​, ​ເພີ່ມ​ທະວີ​ການ​ແລກປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ. ພ້ອມ​ກັນນັ້ນ, ທ່ານ​ກໍ​ກ່າວ​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ກວມ​ໄປ​ເຖິງຫຼາຍໆ​ຂົງ​ເຂດ, ​ເປັນຕົ້ນ​ແມ່ນ​ເສດຖະກິດ, ສັງຄົມ, ​ການ​ສຶກສາ ​ແລະອື່ນໆ, ສິງກະ​ໂປ​ຈະ​ພະຍາຍາມ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ຈີນ, ຫວັງ​ຢາກ​ຊຸກ​ຍູ້​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ.