​ແຂວງ​ສະກາ​ຍມຽນມາ​ເກີດ​ເຫດການ​ວຸ້ນວາຍ

(GMT+08:00) 2013-08-26 10:46:40     cri
ຕາມ​ຂ່າວCRI: ວັນ​ທີ25ສິງຫາ​ນີ້, ​ໂທລະພາບ​ແຫ່ງ​ຊາດ​ມຽນມາລາ​ຍງານ​ວ່າ, ​ໃນ​ຕອນ​ຄ່ຳວັນ​ທີ24ສິງຫາ​ນີ້​ຢູ່​ແຂວງ​ສະກາ​ຍຂອງ​ມຽນມາ​ໄດ້​ເກີດ​ເຫດການ​ວຸ້ນວາຍ​ຂຶ້ນ​ອີກ, ​ເຊິ່ງ​ເຮັດ​ໃຫ້​ມີ​ເຮືອ​​ນຢູ່ແລະ​ຮ້ານ​ຄ້າ​ຫຼາຍ​ສິບ​ຫຼັງຖືກ​ຈູດ​ເຜົາ. ປະຈຸ​ບັນ​ນີ້, ສະຖານະ​ການ​​ໃນ​ເຫດການ​ຄວາມວຸ້ນວາຍ​ໄດ້​ຮັບ​ການ​ຄວບຄຸມ​ໃນ​ເບື້ອງ​ຕົ້ນ.

ຕອນ​ຄ່ຳວັນ​ທີ24ສິງຫາ​ນີ້, ຢູ່​ບ້ານ​ທານ​ໂຄ​ເນ​​ເມືອງ​ຄານ​ບາ​ລູຂອງ​ແຂວງສະກາ​ຍຍ້ອນ​ມີ​ຂ່າວ​ລື​ວ່າ​ຊາວ​ມຸສລິ​ມຄົນ​ໜຶ່ງ​ຂົ່ມ​ຂືນ​ແມ່ຍິງ​ຊາວ​ພຸດ​ຄົນ​ໜຶ່ງ​ແຕ່​ບໍ່ສຳ​ເລັດ. ຍ້ອນ​ວ່າ​ສອງ​ຝ່າຍ​ທີ່​ປະ​ທະ​ກັນ​ແມ່ນ​ຊາວພຸດ​ແລະ​ຊາວມຸສລິ​ມ, ສະພາບ​ການດັ່ງກ່າວ​ໄດ້​ກາຍ​ເປັນ​ການ​ເປັນ​ປໍ​ລະ​ປັກ​ກັນ​ຢ່າງ​ໜັກໜ່ວງ​ລະຫວ່າງ​ຊາວ​ມຸສລິ​ມ ກັບ​ຊາວພຸດຢູ່​ມຽນມາ.