ອິນ​ໂດ​ເນ​ເຊຍ​ໄດ້​ນໍາ​ໃຊ້​ຫລາຍມາດ​ຕະການ​ເພື່ອ​ເຮັດ​ໃຫ້​ຕະຫລາດ​ການ​ທະນາຄານ​ມີ​ຄວາມ​ໝັ້ນຄົງ

(GMT+08:00) 2013-08-26 10:45:45     cri

ເມື່ອ​ບໍ່​ດົນ​ມາ​ນີ້,ຕະຫລາດ​ຫຸ້ນ,ຕະຫລາດ​​ສິນ​ເຊື່ອ​ແລະ​ຕະຫລາດ​ເງິນຕາ​ຕ່າງ​ປະ​ເທດ​ຂອງ​ອິນ​​ໂດ​ເນ​ເຊ​ຍ​ໄດ້​ເກີດ​ມີ​ການ​ຕົກ​ຕໍ່າ​ລົງ​ຢ່າງ​ຕໍ່​ເນື່ອງເຊິ່ງ​ໄດ້​ສ້າງ​ສະ​ຖິຕິຕໍ່າ​ສຸດ​​​ໃນ​ຊຸ​ມ​ປີ​ມໍ່ໆ​ມານີ້.​ເພື່ອ​ຮັບ​ມື​ກັບ​ບັນ ຫາ​ດັ່ງກ່າວ,ລັດຖະບານອິນ​ໂດ​ເນ​ເຊຍ​ກໍາລັງນໍາ​ໃຊ້​ຫລາຍມາດ​ຕະການ​ເພື່ອ​ບໍ່​ໃຫ້​ຕະຫລາດການທະນາຄານ​​ເກີດ​ມີຄວາ​ມວຸ້ນວາຍ​ແລະ​ຮັກສາ​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ມີ​ຄວາມ​ໝັ້ນຄົ​ງ​ແລະ​ພັດທະນາ​ຢ່າ​ງຕໍ່​ເນື່ອງ.


ທ່ານ​ຊູ​ສິ​ໂລ ບໍາບັງ ປະທານາທິບໍ​ດີ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ເສດ​ຖະກິດອິນ​ໂດ​ເນ​ເຊຍກໍາລັງ​ປະ​ເຊີນ​ໜ້າ​ກັບ​ຄວາ​ມກົດ​ດັນ​ທີ່​ຄ້າຍຄື​ສະພາບ​​ໃນປີ2008,ຄື​ໄດ້​ຮັບ​ຜົນ​ກະທົບຈາກ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ແລະ​ທັງປັດ​​ໄຈ​ພາຍ​ໃນ​ປະ​ເທດ,ສະນັ້ນ,​ແຜນ​ການ​ແກ້​​ໄຂ​ບັນຫາ​ກໍ​ຕ້ອງ​ພິຈາລະນາ​ເຖິງປັດ​ໄຈ​ພາຍ​ໃນ​ແລະ​ພາຍ​ນອກ.​ໃນ​ທ້າຍ​ສັບ​ປະດາ​ແລ້ວນີ້,ທ່ານຊູສິ​ໂລ​ໄດ້​ອະນຸມັດ​ແຜນ​ການ​ຕ່າງໆທີ່​ລວມທັງ​3ເປົ້າ​ໝາຍ​ຕົ້ນຕໍແລະ​ຫລາຍມາ​ດຕະການທີ່​ຈໍາ​ເປັນ​.ນອກ​ຈາກ​ນີ້​ແລ້ວ,ທະນາຄານ​ກາງ​ອິນ​ໂດ​ເນ​ເຊຍ​ກໍຈະ​ນໍາ​ໃຊ້​5ມາດ​ຕະການເພື່ອ​​ເພີ່ມທະວີ​ຄວາມໝັ້ນຄົງຂອງ​ລະບົບ​ການ​ທະນາຄານ​​ແລະຮັກສາ​ກາ​ນພັດທະນາ​ຢ່າງ​ຕໍ່​ເນື່ອງ​ຂອງ​ເສດຖະກິດ​ແຫ່ງ​ຊາດ.