ເວັບ​ໄຊ​ການ​ຄ້າ​ເອ​ເລັກ​​ໂຕ​ຣນິກອາ​ຊຽນ​ແຫ່ງທໍາ​ອິດຂອງ​ຈີ​ນ​ໄດ້​ເລີ່​ມ​​ເປີດບໍລິການ​ຢ່າງ​​ເປັນ​ທາງ​ການ​ຢູ່​ເມືອງ​ໜາ​ນໜິງ​​ເຂດ​ກວາງຊີຈີນ

(GMT+08:00) 2013-08-26 11:15:31     cri

​​ຕອນ​ບ່າ​ຍວັນທີ23ສິງຫາ​ນີ້,​ເວັບ​ໄຊການ​ຄ້າ​ເອ​ເລັກ​​ໂຕຣ​ນິກອາ​ຊຽນ​ແຫ່ງທໍາ​ອິດຂອງ​ຈີ​ນ​ທີ່​ມີຊື່ວ່າ​ໄໝ​ລີ້​ວ່າ​ນໄດ້​ເລີ່​ມ​ເປີດບໍລິການ​ຢ່າງ​​ເປັນ​ທາງ​ການ​ຢູ່​ເມືອງ​ໜາ​ນໜິງ​​ເຂດກວາງຊີຈີນ.

​ເວັບ​​ໄຊ​ໄໝ​ລີ້​ວ່າ​ນ​ຄືwww.meiliwan.comນີ້ໄດ້​ຍຶດໝັ້ນ​ຫລັກການ​ທີ່​ຈັດ​ຊື້​ຈາກ​ແຫລ່ງການ​ຜະລິດ,​ສະໜອງ​ສິນຄ້າ​ທີ່​ມີ​​​ເອກະລັກ​ພິ​ເສດ​ກວາງຊີ​ແລ​ະສິນຄ້າ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ​ອາຊຽນໃຫ້​ແກ່​ບຸ​ກຄົນ​ແລະ​ວິສາ​ຫະກິດ ​ແລະ​ໄດ້​ສ້າງ​ເວທີ​ການຄ້າ​ທີ່​ດີ​ເລີດ​ໃຫ້​ແກ່​ສິນຄ້າ​ອາຊຽນ​ແລະ​ສິນຄ້າ​ກວາງຊີ​ເຂົ້າ​ສູ່​ຕ​ະຫລາດ​ທົ່ວ​ປະ​ເທດຈີນ,​​ແມ່ນ​ເວທີ​ການ​ຄ້າເອ​ເລັກ​​ໂຕ​ນິກ​B2B2C​ລະຫວ່າ​ງຈີນ​ແລະ​ອາ​ຊຽນ​ແບບ​ມື​ອາຊີບ​ແລະ​​ມີເອກ​ະລັກ​ພິ​ເສດ​ທີ່​ສຸ​ດພາຍ​ໃນ​ປະ​ເທ​ດຈີນ.