ເວທີ​ປຶກສາ​ຫາລື​​ເສດຖະກິດ​ແລະ​ຊັບ​ສິນ​ສີຂຽວທົ່ວ​​ໂລກ​ຄັ້ງ​ທີ4​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ

(GMT+08:00) 2013-08-26 16:06:30     cri

​ເມື່ອ​ບໍ່​ດົນ​ມາ​ນີ້,​ເວທີ​ປຶກສາ​ຫາລື​​ເສດຖະກິດ​ແລະ​ຊັບ​ສິນ​ສີຂຽວທົ່ວ​​ໂລກ​ຄັ້ງ​ທີ4ທີ່​ຈັດ​ໂດຍ​ສະມາຄົມ​ເສດ​ຖະກິດ​ສີຂຽວ​ສາກົນຫລື​IGEAໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ.​


​ເວ​ທີ​ປຶກສາ​ຫາລື​ຄັ້ງ​ນີ້​ໄດ້​ປຶ​ກສາ​ຫາລື​ບັນຫາ​ຕ່າງໆ​ຢ່າງ​ເລິກ​ເຊິ່ງ​ເຊັ່ນ​ໜ້າ​ທີ່​ຮັບຜິດຊອບ​ທາງ​ສັງຄົ​ມ​ແລະການ​ພັດທະນາ​ແບບ​ຍືນ​ຍົງຂອງ​ວິ​ສາ​ຫະກິດ,ການ​ພັດທະນາ​ແບບ​ສີຂຽວ​ຂອງ​ເສດ​ຖະກິດ​ພາກພື້ນ​,ການ​ຫັນປ່ຽນ​​ໂຄ​ງປະກອບ​ຂະ​ແໜງ​ການ​ຜະ​ລິດ,ການ​ຮ່ວມ​ມື​ດ້ານ​ເຕັກນິກ​ສີຂຽວ​ທົ່ວ​ໂລກ​ແລະ​ທ່າ​ອ່ຽງຂອງ​ກາ​ນພັດທະນາ​ແບບ​ສີຂຽວ​ຂອງ​ເສດ​ຖະກິດ​ໂລກ,​ລົງ​ເລິກກາ​ນປຶກ​ສາ​ຫາລື​​ມາດ​ຕະການ​ກ່ຽວ​ກັບກາ​ນພັດທະນາ​ເສດຖະກິດ​ຂະ​ແໜງ​ການ​ຜະລິດ​ທີ່​ກ້າວ​ໄປ​ສູ່​ອະ​ລິຍະ​ທໍາ​ດ້ານ​ຊີວະ​ພາບ,ຊຸກ​ຍູ້​ການ​ກໍ່ສ້າງ​ຄວາ​ມສາມາດ​ຂອງ​ເສດ​ຖະກິດ​ສີຂຽວ​ບົນ​ເສັ້ນທາງ​ຂະ​ແໜງ​ການ​ຜະລິດ,ອໍານວຍຍຸດ​ໂທ​ບາຍ​ແລະ​ຂໍ້​ສະ​ເໜີ​ໃຫ້​ແກ່​ການ​ຫັນ​ເປັນ​ສີຂຽວ​ຂອງ​ເສດ​ຖະກິດ​ໂລກ.ເວທີ​ປຶກສາ​ຫາລືຄັ້ງ​ນີ້ຍັງ​ໄດ້​ສ້າງລະບົບ​ຕີ​ລາຄາ​ຕໍ່​ຊັບ​ສິນ​ສີຂຽວ​ແລະ​ຍັງ​ໄດ້​ປະກາດ​ລາຍ​ຊື່ສະມາຄົມ​ເສດ​ຖະກິດ​ສີຂຽວ​ສາກົນຫລືIGEAຂອງວິ​ສາ​ຫະກິດ​ຈີນ100​ແຫ່ງ​ທີ່​ມີ​ຊັບ​ສິນ​ສີຂຽວ​ຫລາຍ​ທີ່​ສຸດ​ໃນ​ໂລກ​ປະ​ຈໍາ​ປີ2013.​