ນາງ​​ເຈິ້ງ​ເຈ​ໄດ້​​ແຊມ​ປຽນຍິງ​ຄູ່​ໃນ​ການ​ແຂ່ງຂັນ​ເທັນ​ນິສ​ນິວ​ເຮ​ວັນ​​ໂອ​ເພນ

(GMT+08:00) 2013-08-26 17:11:17     cri

​ໃນ​ການແຂ່ງຂັນ​ເທັນ​ນິສ​ນິວ​ເຮ​ວັນໂອ​ເພນ​​ອາ​ເມ​ລິ​ກາ​ສະຫະພັນ​​ເທັນ​ນິສຍິງ​ອາຊີບ​ຫລືWTAທີ່​ສິ້ນ​ສຸດ​ລົງ​ເມື່ອ​ບໍ່​ດົນ​ມາ​ນີ້,ນາງ​ເ​ຈິ້ງ​ເຈທີ່​​ໄດ້ຮັບ​ສົມ​ຍາ​ນາມ​ວ່າ​ດອກ​ໄມ້​ຄໍາ​ຂອງ​ຈີນ​ແລະ​ນາງຊາເນຍ ​ເມຍ​ຊາ ນັກ​ກິລາ​ທີ່​ມີ​ຊື່​ສຽງ​ຂອງ​ອິນ​ເດຍ​​ໄດ້ເອົາ​ຊະນະ​​ນາງ​ກາ​ລິ​ກຸຍສ​​ແລະ​ນາງສ​ເຣ​ໂບທ໌ນິກ​ໃນ​ການ​ແຂ່ງ​ຂັນຮອບ​ຊີງຊະນະ​ເລີດ​ແລ​ະ​ຊີງ​ໄດ້​ແຊມ​ປຽນຍິງຄູ່​ທໍາ​ອິດ​ຫລັງ​ຈາກ​ທັງ​ສອງ​ຄົນ​ນີ້​​ໄດ້​ຈັບ​ຄູ່ກັນ.​ເຂົາ​ເຈົ້າ​ໄດ້​ເອົາ​ຊະນະ​ຄູ່​ແຂ່ງ​ດ້ວຍຄະ​ແນນ​6:3​ແລະ6:4.ຄັ້ງ​ນີ້​ກໍ​ເປັນ​ຄັ້ງທໍາ​ອິດ​ທີ່​ຊີງ​ໄດ້​​ແຊມ​ປຽນໃນ​ການ​​ແຂ່ງ​ຂັນ​​ທົ່ວ(tour)​ຫລັງ​ຈາກ​ນາງ​ເຈິ້ງ​ເຈ​ແລະ​ນາງ​ເມຍ​ຊາ​ໄດ້​ຈັບ​ມື​ກັນ,ຍັງ​ເປັນ​​ເທື່ອ​ທີ15ທີ່ນາງ​​ເຈິ້ງ​ເຈ​ຊີງ​ໄດ້​ແຊ​ມປຽນ​ຍິງ​ຄູ່ ​ໂດຍ​ໄດ້​ທໍາລາຍ​ສະ​ຖິຕິ​ໃໝ່ທີ່​ນາງ​ບໍ່​ສາມາດ​ຊີງ​ແຊມ​ໄດ້​ໃນ​ຮອບ2ປີຜ່ານມາ.

​ນາງ​ເຈິ້ງ​ເຈ​ແລະ​ນາງ​ເມ​ຍຊາຍັງຈະ​ຈັບ​ຄູ່ກັນ​ເຂົ້າ​ຮ່ວ​ມ​ໃນ​ການ​ແຂ່ງຂັນ​ເທັນນິສ​​ໂອ​ເພນ ອາ​ເມ​ລິ​ກາ​ຂອງ​ປີ​2013ນີ້​ທີ່​​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້..