ເວທີ​ປຶກສາ​ຫາລື​ວັດທະນະທຳ​ຈີນ-ອາ​ຊຽນ 2013 ສຸມ​ໃສ່​ການ​ອະນຸລັກມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ

(GMT+08:00) 2013-08-27 15:58:29     cri
ວັນ​ທີ 22 ສິງຫາ​ນີ້, ກົມມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸຂອງ​ກະຊວງ​ວັດທະ ນະທຳ​ຈີນ​ແລະ​ພະ​ແນ​ກ​ວັດທະນະທຳ​ເຂດ​ກວາງຊີ​ຮ່ວມ​ກັນ​ຈັດ​ງານ​ຖະ​ແຫຼ​ງຂ່າວ​ຢູ່​ນະຄອນ​ນານ​ນິງ​​​ເຂດ​ກວາງ​ຊີ, ປະກາດ​ຈະ​ຈັດ​ເວທີ​ປຶກສາ​ຫາລື​ວັດທະນະທຳ​ຈີນ-ອາ​ຊຽນປີ 2013 ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 12 ກັນຍາ​ໜ້າ​ນີ້.

ຫົວ​ຂໍ້​ຂອງ​ເວທີ​ປຶ​ກສາ​ຫາລື​ເທື່ອ​ນີ້​ຊື່ວ່າ "ການ​ສົນທະນາ​ແລະການ​ຮ່ວມ​ມື----ການ​ອະນຸລັກ​ແລະ​ສືບ​ທອດ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ", ຮອດ​ເວລາ​ນັ້ນ​ຈະ​ມີຜູ້ຕາງໜ້າ​ເຈົ້າ​ໜ້າ​ທີ່​ວັດທະນະທຳ, ຜູ້​ຮັບຜິດຊອບ​ແລະ​ຜູ້​ຊ່ຽວຊານ​ຂອງ​ອົງການ​ອະນຸລັກ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ, ຜູ້​ສືບ​ທອດ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸທີ່​ມາ​ຈາກ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ, ​​​​ແລະແຂກ​ຜູ້​ມີ​ກຽດປະມານ 150 ທ່ານ​ຂອງສຳນັກ​ງານ​ເລຂາ​ອາ​ຊຽນ, ສູນຈີນ-ອາ​ຊຽນ​ແລະ​ສູນ​ອາຊີປາຊີ​ຟິກຂອງ​ອົງການ​ການ​ສຶກສາ, ວິ​ທະຍາ​ສາດ​ແລະ​ວັດທະນະ ທຳ​ຂອງສະຫະ​ປະຊາ​ຊາດ​ຫຼື​ອຸຍ​ເນັສ​ໂກເຂົ້າ​ຮ່ວມ, ​ໂດຍຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້ "ການ​ທົບ​ທວນຄືນ​ແລະ​ການ​ສະຫຼຸບ​ການ​ອະນຸລັກ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ຈີນ​ກັບ​ອາ​ຊຽນ"​ແລະ "ຈີນ​ອາ​ຊຽນຮ່ວມ​ກັນ​ສ້າງ​ອະນາຄົດ​ທີ່​ອະນຸລັກ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ".

​ເວທີ​ປຶກສາ​ຫາລື​ວັດທະນະທຳ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນຢ່າງ​ດ້ວຍ​ຜົນສຳ​ເລັດ​ມາ​ແລ້ວ 7 ຄັ້ງ​.