ທ່ານ​ລີ​ເຄີ້ສຽງ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລີ​ຊຽນລຸງ

(GMT+08:00) 2013-08-27 10:14:22     cri

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ເຊົ້າວັນ​ທີ 26 ສິງຫາ​ນີ້ ຢູ່​ທີ່​ຫໍ​ສະພາ​ປະຊາຊົນ​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ລີ​ເຄີ້ສຽງ, ນາຍົກລັດຖະມົນຕີ ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລີ​ຊຽນລຸ​ງ, ນາຍົກລັດຖະມົນຕີສິງກະ​ໂປ​ທີ່​ມາ​ຢ້ຽມຢາມ​ຈີນ.

ທ່ານ​ລີ​ເຄີ້ສຽງ ຊີ້​ອອກ​ວ່າ: ລັດຖະບານ​ຊຸດ​ໃໝ່​ຂອງ​ຈີນ​ໄດ້​ຖື​ການ​ພັດທະນາ​ການ​ຮ່ວມ​ມື​ແບບ​ໄມຕີ​ຈິດ​ມິດຕະພາບ​ກັບ​ອາ​ຊຽນ​ເປັນ​ທິດ​ທາງບູລິ​ມະ​ສິດ​ດ້ານ​ການ​ຕ່າງປະ​ເທດກັບປະ​ເທດ​ໃກ້​ຄຽງ​, ຍິນ​ດີ​ປັບປຸງ​ແລະ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ອາ​ຊຽນຕື່ມ​ອີກ, ຂະນະ​ດຽວ​ກັນ​ກໍ​ຊຳລະ​ແກ້​ໄຂ​ບັນຫາ​ທີ່​ຕົກ​ທອດ​ມາ​ແຕ່​ປະຫວັດສາດລະຫວ່າງ​ຈີນ​ກັບ​ບາງ​ປະ​ເທດ​ອາ​ຊຽນຢ່າງ​ເໝາະ​ສົມ, ຮ່ວມ​ກັນ​ຮັກສາ​ພາກສ່ວນ​ໃຫຍ່​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​-ອາ​ຊຽນ.

ທ່ານ​ລີ​ເຄີ້ສຽງ​ ຍັງ​ກ່າວ​ເນັ້ນວ່າ: ລັດຖະບານ​ຈີນ​ມີ​ຄວາມ​ຕັດສິນ​ໃຈອັນ​ເດັດດ່ຽວໜຽວ​ແໜ້ນ​ທີ່​ຢາກ​ເດີນ​ໄປ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ​ແລະ​​ມີມານະ​ຈິດ​ທີ່​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ກ່ຽວ​ກັບ​ລະຫວ່າ​ງບາງ​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ມີ​ຄວາມ​ຂັດ​ແຍ່ງ​ກັນ​ບາງ​ດ້ານ, ພວກ​ຂ້າພະ​ເຈົ້າມີ​ຈຸດ​ຢືນ​ມາ​ໂດຍ​ຕະຫຼອດທີ່​ໃຫ້​ສອງ​ຝ່າຍ​ທີ່​ມີ​ຄວາມຂັດ​ແຍ່ງ​ກັນປຶກສາ​ຫາລື​ແລະ​ດຳ​ເນີນ​ການ​ເຈລະຈາ​ໂດຍ​ກົງ​ເພື່ອ​ບັນລຸ​ແຜນການ​ແກ້​ໄຂບັນຫາ, ບໍ່​ວ່າການ​ກະທຳ​ໃດໆ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ສັບສົນຂຶ້ນ​ແລະ​ຂະຫຍາຍ​ອອກ​ນັ້ນລ້ວນ​ແຕ່​ຈະ​ດຳ​ເນີນ​ຕໍ່​ໄປ​ບໍ່​ໄດ້.

ທ່ານ​ລີ​ຊຽນລຸງ ກ່າວ​ວ່າ: ການ​ພົວພັນ​ລະຫວ່າງ​ອາ​ຊຽນ-ຈີນ​ມີ​ເນື້ອ​ໃນ​ອຸດົມ​ສົນ​ບູນ, ກະ​ແສ​ຕົ້ນຕໍ​ແມ່ນ​ການ​ຮ່ວມ​ມື​ແບບ​​ໄມຕີ​ຈິດ​ມິດຕະ ພາບ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ສິງກະ​ໂປ​ຍ້ອງຍໍ​ຊົມ​ເຊີຍ​ຝ່າຍ​ຈີນ​ທີ່​ໃຫ້ການ​ສະໜັບສະໜູນ​ແກ່​ອາ​ຊຽນ ​ແລະ ​​ໄດ້ເສີມຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ, ສິງກະ​ໂປສະໜັບສະໜູນ​ໃຫ້​ຝ່າຍ​ທີ່ມີ​ຄວາມ​ຂັດ​ແຍ່ງ​ກັນ​ທີ່​ກ່ຽວຂ້ອງ​ຈົ່ງ​ປຶກສາ​ຫາລື​ກັນ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ. ສິງກະ​ໂປ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​ຈີນ, ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ອາ​ຊຽນ-ຈີນ​ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.