ທ່ານນາງ​ປູ​ຈ້ຽນກົວ ​ເອກອັກຄະ​ລັດຖະທູດ​​ຈີນ​ປະ​ຈໍາ​ກໍາປູ​ເຈຍກ່າວ​ວ່າ:ການ​ພັດທະນາ​ຂອງ​ຈີນ​ທໍາ​ອິດ​ຈະ​ມີ​ຜົນ​ດີ​ຕໍ່​ປະ​ເທ​ດອ້ອມ​ຂ້າງ

(GMT+08:00) 2013-08-27 11:35:19     cri

ວັນ​ທີ26ສິງຫານ​ນີ້,​​ໃນງານລ້ຽງ​ຕ້ອນຮັບ​ໂອກາດ​ຖືກ​ແຕ່ງຕ​ຕັ້ງ​ໃຫ້ດໍາລົງ​ຕໍາ​ແໜ່​ງ​ເປັນ​​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ຄົນ​ໃໝ່​ປະ​ຈໍາ​ກໍາປູ​ເຈຍ,ທ່ານ​ນາງ​ປູ​ຈ້ຽນກົວ​ກ່າວ​​​ວ່າ,ການ​ພັດທະນາ​ຂອງ​ຈີນ​ໄດ້ມີຜົນປະ​ໂຫຍ​ດ​ຢ່າງ​ຫລວງຫລາຍຕໍ່​ທົ່ວ​​ໂລກ,ການ​ພັດທະນາ​ຂອງ​ຈີນ​ທໍາ​ອິດ​ຈະ​ມີ​ຜົນ​ດີ​ຕໍ່​ປະ​ເທ​ດອ້ອມ​ຂ້າງ​ເຊິ່ງລວ​ມທັງ​ກໍາປູ​ເຈຍ.


​ທ່ານ​ນາງ​ປູ​ຈ້ຽນກົວກ່າວ​ວ່າ,ປັດ​ຈຸ​ບັນນີ້ຈີນ​​ແລະ​ກໍາປູ​ເຈຍ​ຕ່າງ​ກໍ​ຢູ່​​ໃນ​​ໄລຍະສໍາຄັນ​ຂອງ​ການ​ພັດທະນາຢ່າ​ງຮອບດ້ານ,ຈີນ​ແລະ​ກໍາປູ​ເຈຍ​ຄວນ​ເສີມ​ຂະຫຍາຍ​ທ່າ​ແຮງ​ທີ່​ສາມາດ​ຊ່ວຍ​ຊູ​ຍູ້​ໜູນ​ເຊິ່ງກັນ​ແລະ​ກັນ​​ໂດຍ​ອີງ​ຕາມ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ຕົນ​ເພື່ອ​ສ້າ​ງພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດທທະນາ​ແລະ​ເພື່ອ​ຄວາມ​ຈະ​ເລີ​ນຮ່ວມ​ກັນ.​ທ່ານ​ນາງ​ປູ​ຈ້ຽນກົວຍັງ​​ໄດ້ສະ​ແດງ​ຄວາມ​ຫວັງ​ທີ່​ຈະ​ສ້າງ​ການ​ພົວພັນ​ຮ່ວມ​ມື​ແລະ​ໄມຕີ​ຈິດ​ມິດຕະພາບ​​ໃນ​ທາງສ່ວນ​ຕົວ​ທີ່​ດີ​ກັບ​ບຸກຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ກໍາປູ​ເຈຍເພື່ອ​ປະກອບສ່ວນ​ອັນ​ໃໝ່​ເຂົ້າ​​ໃນ​ການ​ພັດທະນາ​ຄວາມ​ຈະ​​ເລີ​ນຮຸ່ງ​ເຮືອງ​ແລະ​ໄມຕີ​ຈິດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ແລະ​ກໍາປູ​ເຈຍ.


​ທ່ານ​ນາງ​ປູ​ຈ້ຽນກົວ​ໄດ້​ໄປ​ຮອ​ດກໍາ​ປູ​ເຈຍ​​ໃນ​ວັນ​ທີ16ກໍລະກົດ​ນີ້ ​ແລະ​ໄດ້​ຍື່ນສານ​ຕາ​​ຕັ້ງຕໍ່​ກະສັດ​ກໍາປູ​ເຈຍ.


ປີນີ້​ເປັນ​ປີ​ທີ່​ຈີນ​ແລະ​ກໍາປູ​ເຈຍ​ສ້າງ​ສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ55ປີ,ຍັງ​ເປັນ​ປີ​​ແຫ່ງໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ແລະ​ກໍາ​ປູ​ເຈຍ​ທີ່ລັດຖະບານສອງ​ປະ​ເທ​ດຕົກ​ລົງຮ່ວມ​ກັນ,ຈີນ​ແລະ​ກໍາ​ປູ​ເຈຍ​ຈະ​ຈັດ​ການ​ເຄື່ອນ​ໄຫວ​​ເປັນ​ຫລາຍກິດຈະ​ກໍາ​​ເພື່ອ​ສະ​ເຫລີ​​ມສະຫລອງ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ແລະ​ກໍາປູ​ເຈຍ.