ມື​ຖືສະມາດຂອງ​ຈີນ​ໄດ້​ພັດທະນາ​ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ໄວວາ​​ຈົນກາຍ​ເປັນ​ຈຸດ​​ເດັ່ນ​ຂອງ​ຕະຫລາດ

(GMT+08:00) 2013-08-27 16:32:13     cri

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ປະ​ລິ​ມານ​ການຈໍາ​ໜ່າຍມື​ຖືສະມາດຂອງ​ຈີນ​ໄດ້​ກ້າວຂຶ້ນ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​​​ໂລກ.ວິສາ​ຫະກິດ​ມື​ຖື​ຍີ່​ຫໍ່​ຈີນ​​ໂດຍ​ມີ​ຈົ່ງ​ຊີ່​ງ,ຮວາເຫວີຍ,ຄູນແພດ​ແລະ​ເລ​ໂນ​ໂວເປັນ​ຕົວ​ແທນ​ນັ້ນ​​ໄດ້​ມີ​ການ​ເຕີບ​​ໃຫຍ່​ຂະຫຍາຍຕົວ,ປະ​ລິ​ມານ​ການ​ຜະລິດ​ແລະຈໍາ​ໜ່າຍ​ແມ່ນ​ຢູ່​​​10ອັນ​ດັບຕົ້ນຂອງ​​​ໂລກ.


​ໃນ6​ເດືອນ​ຕົ້ນ​ປີ2013ນີ້,ປະ​ລິ​ມານ​ການຈໍາ​ໜ່າຍມື​ຖືສະມາດ​ຍີ່​ຫໍ່ຈີນ​ມີ​ເຖິງ130ລ້ານ​ໜ່ວຍ,ຖ້າ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ2012​ແມ່ນ​ໄດ້​ເພີ່ມຂຶ້ນ115% ຊຶ່ງ​ສາມາດ​ຄອງ​ຕະຫລາດ​ມື​ຖື​ສະມາດ​ພາຍ​ໃນ​ປະ​ເທ​ດຈີນ​ຫລາຍ​ກວ່າ60%.ຍີ່​ຫໍ່​ເລ​ໂນ​ໂວ,ຢູລົງ,ຮວາເຫວີຍ​ແລະ​ຈົ່ງ​ຊີ່​ງ​​ໄດ້​ເຂົ້າ​ຮອບ5ອັນ​ດັບ​ຕົ້ນ​ໃນ​ດ້ານ​ປະ​ລິ​ມານ​ຈໍາໜ່າຍມື​ຖື​​​ຕະຫລາ​ດພາຍ​ໃນ​ຈີນ.


ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພັດທະນາຂອງ​ຂະ​ແໜງ​ການ​ຂໍ້​ມູນ​ຂ່າວສານເອ​ເລັ​ກ​ໂຕ​ນິກຈີນຄາດ​ວ່າ,ປີ2013ຫາ​ປີ2015​ເປັນ​​ໄລ​ຍະ​ສຸດ​ຍອດ​ຂອງ​ການ​ປັບປຸງ​ມື​ຖືສະມາດ​ໃຫ້​ທັນ​ສະ​ໄໝຂອງ​ຈີນ.​ໃນ​ໄລຍະ3ປີ​ດັ່ງກ່າວ​ນີ້,ມູນ​ຄ່າ​ຈໍາໜ່າຍ​ຈະມີ​ເຖິງ2000ຕື້​ຢວນ,ປະ​ລິ​ມານ​ການຈໍາ​ໜ່າຍຂອງ​ຕະຫລາດ​ມື​ຖືສະມາດຂອງ​ຈີນຈະ​ສືບ​ຕໍ່​ເພີ່​ມຂຶ້ນ​ດ້ວຍ​ຄວາມ​ໄວ​ສູງ.