ທ່ານ​ສີ​ຈິ້ນ​ຜີ​ງຈະ​ຢ້ຽມຢາມ​ອາຊີ​ກາງ​ເປັນ​ຄັ້ງ​ທຳ​ອິດ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ G20 ​ທີ່​ຈະ​ຈັດ​ຂຶ້ນ​ຢູ່ຣັດ​ເຊຍ

(GMT+08:00) 2013-08-28 19:37:37     cri
ວັນ​ທີ 3 ກັນຍາ​ໜ້ານີ້, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ຈະ​ເດີນທາງ​ໄປ​ຢ້ຽມຢາມ 4 ປະ​ເທດ​ອາ​ຊີກາງ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ G20 ຄັ້ງ​ທີ 8 ​ແລະ​ກອງ​ປະຊຸມ​ສະພາ​ມົນຕີ​ປະມຸກ​ລັດ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທີ 13. ນີ້​ແມ່ນ​ທ່ານ​ສີ​ຈິ້ນ​ຜີ​ງຢ້ຽມຢາມ​ປະ​ເທດ​ອາຊີ​ກາງ​ເປັນ​ຄັ້ງທຳ​ອິດ. ​ໃນ​​ໄລຍະ​ຢ້ຽມຢາມ, ທ່ານ​ສີ​ຈິ້ນ​ຜີ​ງຈະ​ບັນ​ລະ​ຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດຕໍ່​ອາຊີ​ກາງຂອງ​ລັດຖະບານ​ຈີນ​ຊຸດ​ໃໝ່, ​ແລະ​ສະ​ເໜີ​ຂໍ້​ສະ​ເໜີ​ໃໝ່​ກ່ຽວ​ກັບ​ການເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ປະ​ເທດ​ອາຊີ​ກາງ. ນອກ​ນີ້, ກ່ຽວ​ກັບການ​ພົບ​ປະກັນ​ລະຫວ່າງ​ປະ​ມຸກ​ລັດ​ຈີນ​ກັບ​ຍີ່ປຸ່ນ​ທີ່​ປະຊາ​ຄົມ​ໂລກ​​ໃຫ້​ຄວາມສົນ​ໃຈ​ນັ້ນ​ຈະ​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໄດ້​ຫຼື​ບໍ່, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າການ​ພົບ​ປະກັນ​ຍັງ​ບໍ່​ມີ​ພື້ນຖານຫຍັງ​ເທື່ອ.

ທ່ານ​ຫຼີປາວ​ຕຸ່ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີ​ນຫວັງ​ວ່າ​ກອງ​ປະຊຸມ​ສຸດ​ຍອດ G20 ​ເທື່ອ​ນີ້​ຈະສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປະສານ​ສົມທົບ​ນະ​ໂຍບາຍ​ເສດຖະກິດ​​ມະຫາ​ພາກ, ສ້າງ​ສະພາບ​ແວດ​ລ້ອມ​ການ​ຄ້າ​ສາກົນ​ທີ່​ເສລີພາບ, ​ເປີດ​ປະຕູ, ສະ​ເໝີ​ພາບ​ແລະ​ຍຸຕິ​ທຳ, ຊຸກຍູ້​ການແກ້​ໄຂ​ບັນຫາ​ການ​ພັດທະນາ​ຂອງ​ທົ່ວ​ໂລກ, ​​ແລະ​ທຳ​ຄວາມ​ພະຍາຍາມ​ໃນ​ດ້ານ​ການ​ກໍ່ສ້າງ​ກົນ​ໄກຂອງ​ G20.