ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃຫ້​ຄຳ​ຕອບ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໄຕ້​ຫວັນ​​ສົ່ງ​ຜູ້​ແທນ​ໄປ​ເຂົ້າຮ່ວມ​ກອງ​ປະຊຸມ​ບໍ່​ເປັນທາງ​ການຂອງ​ຜູ້ນຳອົງການ​ອາ​ເປັກ

(GMT+08:00) 2013-08-28 15:23:19     cri
ຕາມ​ຂ່າວສານ​ຊິນ​ຮວາ: ກ່ຽວ​ກັບ​ທ່າ​ທີຂອງໄຕ້​ຫວັນ​​ໃນ​ໄລຍະ​ມໍ່ໆ​ມານີ້​ວ່າ, ທ່ານ​ມາ​ອິ່ງຈິ​ວ ຫວັງ​ຢາກ​ເຂົ້າຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການການ​ຮ່ວມ​ມື​ ​ເສດຖະກິດອາຊີ​ປາຊີ​ຟິກ ຫຼື ​ອາ​ເປັກ ​ໃນ​ຖານະ​ທີ່​ເປັນ​ຜູ້ນຳ​ອົງ​ກອນ​ເສດຖະກິດ, ​ວັນ​ທີ 27 ສິງຫາ​ນີ້, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ຈຸດ​ຢືນ​ຂອງພວກ​ຂ້າພະ​ເຈົ້າ​ແມ່ນ ​ໃຫ້​​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ໂດຍ​ອີງ​ຕາມ​ຂໍ້​ກຳນົດ​​ທີ່ລະບຸ​ໄວ້​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັນ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ອາ​ເປັກ ​ແລະ ອີງ​ຕາມສິ່ງ​ທີ່​ເຄີຍ​ປະຕິບັດ​ມາ.