ອິນ​ໂດ​ເນ​ເຊຍ​ຍອມຮັບ​ວ່າ​ຈຸດທີ່​ເກີດ​ໄໝ້​ປ່າ​​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ໃນ​ເວລາ​ອັນ​ສັ້ນໆ

(GMT+08:00) 2013-08-28 15:01:26     cri
ຕາມ​ຂ່າວCRI:ວັນ​ທີ27ສິງຫາ​ນີ້, ທ່ານຊູ​ມານ​ໂທ, ​ໂຄສົກ​ກະຊວງ​ປ່າ​ໄມ້​ອິນ​ໂດ​ເນ​ເຊຍ​ຍອມຮັບ​ວ່າ, ຈຸດ​ທີ່​ເກີດ​ໄຟໄໝ້​ປ່າຢູ່​ເກາະຊູ​ມັດຕຣາ​ໄດ້​ເພີ່ມ​ຂຶ້ນ​ຢ່າ​ງວ່ອງ​ໄວ​, ​ແຕ່​ວ່າ​ບໍ່​ຮອດ488​ຈຸດ​ຕາມ​ທີ່​ສິງກະ​ໂປກ່າວ​ມາ​ນັ້ນ.

ທ່ານຊູ​ມານ​ໂທ​ກ່າວ​ວ່າ, ອີງ​ຕາມຕົວ​ເລກ​ຂໍ້​ມູນ​​ຂອງ​ກົມ​ຄຸ້ມ​ຄອງ​ທະ​ເລ​ແລະ​ອາກາດ​ອິນ​ໂດ​ເນ​ເຊຍ​, ​ໃນ​ມື້​ວັນ​ນີ້ຢູ່​ເຂດ​ຊູ​ມັດຕຣາລວມມີ​ຈຸດທີ່​ເກີດ​ໄຟ​ໄໝ້​ປ່າ265​ຈຸດ, ​ໃນ​ມື້ກ່ອນ​ມີ101​ຈຸດ, ​ໃນ​ອາທິດ​ແລ້ວ​ນີ້​ມີພຽງ​ແຕ່​19ຫາ25​ຈຸດ. ​ຈຳນວນຈຸດ​ໄໝ້​ປ່າລະຫວ່າງ​ສິງກະ​ໂປ​ແລະ​ອິນ​ໂດ​ເນ​ເຊຍມີຄວາມ​ແຕກ​ຕ່າງ​ກັນ​, ​ແມ່ນຍ້ອນ​ວິທີ​ການ​ນັບ​ຈຳນວນ​ຂອງ​ຈຸດ​ໄໝ້​ປ່າ​ລະຫວ່າງ​ສອງ​ຝ່າຍ​ມີ​ຄວາມແຕກ​ຕ່າງ​ກັນ. ພ້ອມ​ກັນ​ນັ້ນ​ທ່ານ​ຍັງຮຽກຮ້ອງ​ໃຫ້​ປະຊາຊົນ​ຢູ່​ເກາະ​ຊູ​ມັດຕຣາ​ແລະ​ສິງກະ​ໂປ​ຈົ່ງ​ໃຫ້​ລັດຖະບານ​ອິນ​ໂດ​ເນ​ເຊ​ຍມີ​ເວລາ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ. ປະຈຸ​ບັນ​ນີ້, ໝອກ​ຄວັນ​ທີ່​ເຂັ້ມ​ຂຸນ​ໄດ້​ສ້າງ​ຜົນ​ກະທົບ​ຕໍ່​ການຂຶ້ນ​ລົງ​ຂອງ​ຍົນຫຼາຍຖ້ຽວ​ບິນ​ຢູ່​ເມືອງ​ເພ​ຄານ​ບາຣູ, ​ເທດສະບານ​​ແຂວງລຽວ, ​ແຕ່​ວ່າ​ປະ​ເທດ​ໃກ້​ຄຽງ​ຄືສິງກະ​ໂປ​ແລະ​ມະ​ເລ​ເຊ​ຍ​ຍັງ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ເທື່ອ.

ຫວ່າ​ງກ່ອນ​ນີ້​ບໍ່​ດົນ, ທ່ານ​ວິ​ວຽນ ບາ​ລາຄຼິສນານ, ລັດຖະມົນຕີ​ວ່າການ​ກະຊວງ​ສິ່ງ​ແວດ​ລ້ອມ​ແລະ​​ແຫຼ່ງນ້ຳ​ສິງກະ​ໂປ​​ໄດ້ຮຽກຮ້ອງ​ໃຫ້ສືບ​ຕໍ່​ໃຫ້​ຄວາມກົດດັນ​ຕໍ່ລັດຖະບານ​​ແລະ​ບໍລິສັດ​ຂອງອິນ​ໂດ​ເນ​ເຊຍ​ເພື່ອ​ຫຼຸດ​ປະກົດ​ການໝອກ​ຄວັນ​ໃຫ້​ໜ້ອຍ​ລົງ​ຕື່ມ​ອີກ.