ລັດ​ຖະມົນຕີ​ການຕ່າງປະ​ເທດ​ຈີນ​ພົບ​ປະ​ກັບ​ລັດ​ຖະມົນຕີ​ການຕ່າງປະ​ເທ​ດ​ແລະ​ການ​ຄ້າ​ບຼູ​​ໄນ

(GMT+08:00) 2013-08-28 11:17:40     cri

ວັນ​ທີ27ສິງຫາ​ນີ້ ,ທ່ານ​ຫວາງ​ຢີ້,ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ພົບ​ປະ​ກັບ​ສົມ​ເດັດ​ໂມ​ຮາ​ເມັກ ​​ໂບນ​ເກ​ຍຮ໌ ລັດ​ຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​​ຄ້າບຼູ​ໄນ​ທີ່​​ເດີນທາງມາຈີນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພິ​ເສດ​ລັດ​ຖະມົນຕີ​​ການ​ຕ່າງ​ປະ​ເທ​ດຈີນ​-ອາ​ຊຽນ.


ທ່ານ​ຫວາງ​ຢີ້ກ່າວ​ວ່າ,ປິ​ນີ້​ແມ່ນ​ປີ​ທີ່​ສ້າງ​ຕັ້ງສາ​ຍພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ອາ​ຊຽນຄົບຮອບ10ປີ.​ໃນ10ປີ​ທີ່​ຜ່ານ​ມາ,ພາຍ​ໃຕ້​ຄວາ​ມ​ພະຍາຍາມ​ຂອງ​ບັນດາ​ຝ່າຍ,ຈີນ​ແລະ​ອາ​ຊຽນ​ໄດ້​ມີ​ຄວາມ​​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອ​ງ​​ເພີ່ມ​ຂຶ້ນ​ແລ​ະ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ໃຫຍ່ໃນ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ ​ເຊິ່ງ​ໄດ້​ນໍາ​ມາ​ແຫ່ງ​ຜົນ​ປະ​ໂຫຍ​ດ​ແທ້​ຈິງ​ແກ່ບັນດາ​ປະ​ເທ​ດ​ແລະ​ປະຊາຊົນ​ຂອງປະ​ເທດ​ຕົນ,​ໄດ້​ຊຸກຍູ້​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.ການ​ພົວພັນ​ສອງ​ຝ່າ​ຍລະຫວ່າງ​ຈີນ​ແລະ​ບຼູ​ໄນ​ໄດ້​ພັດ​ທະ​ນາ​ໄປ​ພ້ອມກັນ​ກັບ​ກາ​ນພົວພັນ​ລະຫວ່າງ​ຈີນ​ແລ​ະອາ​ຊຽນ​ແລະ​ກໍາລັງ​ຢູ່​ໃນ​ໄລຍະ​ທີ່ດີ​ທີ່​ສຸ​ດ​ໃນ​ປະຫວັດສາດ.​ຈີນ​ຫວັງ​ວ່າ​ຈະ​ຮ່ວມ​ກັບ​ບຼູ​ໄນ,ຊຸກຍູ້​ກາ​ນພົວພັນ​ສອງ​ຝ່າຍ​ໃຫ້​ມີຄວາມ​ຄືບ​ໜ້າ​​ໃໝ່ຢ່າງ​ຕໍ່​ເນື່ອງ.


​ສົມ​ເດັດໂມ​ຮາ​ເມັກ ​ໂບນ​ເກ​ຍຮ໌​ໄດ້​ສະ​ແດງ​ຄວາ​​ມ​ຂອບ​ໃຈນໍາ​ຝ່າຍ​ຈີນ​ທີ່​ໄດ້​ໃຫ້ຄວາ​ມສໍາຄັນ​​ເປັນ​ຢ່າງ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ບຼູ​ໄນ​ແລ​ະ​ໄດ້ປະ​ກອບ​ສ່ວນ​ຢ່າງ​ຈິງ​ຈັງເຂົ້າ​ໃນການ​ພົວພັນ​ລະຫວ່າງ​ຈີນ​ແລ​ະອາຊຽນ.ຈີນ​ເປັນ​ເພື່ອນ​ມິດ​ທີ່ແທ້​ຈິງ​ຂອງອາ​ຊຽນ.​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນຂອງ​ອາ​ຊຽນ​ໃນປີ​ນີ້,ບຼູ​ໄນ​ຈະ​ສື​ບຕໍ່ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ​ກັບ​ຈີນ​ໃນ​ວຽກ​ງານ​ພາກພື້ນ​ແລະ​ສາກົນ​,​ຈະ​ຊຸກຍູ້​ກາ​ນພົວພັນ​ລະຫວ່າງ​ຈີນ​​ແລະ​ບຼູ​ໄນ​ແລະ​ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ອາຊຽນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ກວ່າ​​ເກົ່າ.