ສູນ​​​ແລກປ່ຽນເຕັກ​ນິກຈີນ-ອາຊຽນຈະ​​ເປີດ​ປ້າຍ​ສ້າງຕັ້ງຂຶ້ນໃນ​ເດືອນ​ກັນຍາໜ້າ​ນີ້

(GMT+08:00) 2013-08-28 14:07:32     cri

ວັນ​ທີ27ສິງຫານີ້,ພະ​ແນ​ກ​ເຕັກນິກ​ວິທະ​ຍາ​ສາດ​ເຂດ​ກວາງຊີ​ຈີນ​ໃຫ້​ຊາບ​ວ່າ,ສູນ​​​ແລກ​ປ່ຽນ​ເຕັກ​ນິກຈີນ-ອາຊຽນຈະ​ຈັດ​ພິທີ​​ໄຂ​ການ​ບໍລິການ​​ໃນ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ10ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ3ກັນຍາ​ໜ້ານີ້​ໂດຍ​ມີ​ຜູ້​ນໍາ​ຂອງ​ຈີນ​ແລະ​​​ອາຊຽນ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.ສູນ​ແຫ່ງ​ນີ້​ເປັນ​ສູນ​​ແລກ​ປ່ຽນ​ເຕັກນິກ​ລະດັບ​ຊາດ​ແຫ່ງ​ດຽວ​ຂອງຈີນ​ທີ່​ເປີດ​ບໍລິ​ການ​ຕໍ່​ອາຊຽນ.


ປັດຈຸບ​ບັນນີ້,ສູນ​​ແຫ່ງ​ນີ້​ກໍານົດ​ຈະສ້າງ​ຕັ້ງຂຶ້ນ​ຢູ່​ກວາງຊີ​ແລະ​ຈະ​ນໍ​າ​ໃຊ້​ເວທີ​ງານວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຢ່າ​ງ​ເຕັມ​ສ່ວນ​​ເພື່ອ​​ເລັ່ງລັດ​ຊຸກຍູ້​ການ​ແລກປ່ຽນ​​ແລະກາ​ນຮ່ວມ​ມື​ດ້ານ​ເຕັກນິກ​ວິທະຍາສາດ​ລະຫວ່າງ​ຈີນ​ແລະ​ອາຊຽນ.


​ປັດຈຸບັນ​ນີ້,ຈີນ​ແລະ​ອາ​ຊຽນ​ໄດ້​ດໍາ​ເນີ​ນ​ໂຄງການ​ຮ່ວມ​ມືລະ​ຫວ່າງ​ລັດຖະບານ​ດ້ານ​ເຕັກນິກ​ວິທະຍາ​ສາດ​​ໃນ​ຂົງ​ເຂດ​ຕ່າງໆ​​ເຊັ່ນ​ກະ​ສິກໍາ,ຊີ​ວະສາ​ດ,ສະບຽງ​ອາຫານ,ພະ​ລັງ​ງານ,​ການແພດພື້ນ​ເມືອງ,ການ​ປິ່ນປົວ,ການ​ວັດ​ແທກ​ແລະ​ຄວບ​ຄຸມ​ທາງ​ໄກ,​ແຜ່ນດິນ​ໄຫວ​ແລ​ະທະ​ເລ​ເຊິ່ງລວມມີ ​ຫລາຍ​ກວ່າ1000​ໂຄງການ