ລັດ​ເຊຍ​​ໄດ້​ສະ​ແດງ​ຄວາ​ມ​ເສຍ​ໃຈ​ຕໍ່ອາ​ເມ​ລິ​ກາ​ທີ່​ໄດ້​ເລື່ອນ​​ເວລາ​ຂອງ​ການ​ເຈລະຈາ​ລະຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ບັນຫາ​ຊິ​ລີ

(GMT+08:00) 2013-08-28 18:00:26     cri

ວັນ​ທີ27ສິງຫານີ້,ທ່ານ​​ເອ​ເລັກຊານ​​ເດີ ລຸ​ຄາ​ເຊວິດ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດລັດ​ເຊຍ​ໄດ້​ອອກ​ຖະ​ແຫລ​ງການ​ຢູ່​ເວັບ​​ໄຊກະຊວງ​ການ​ຕ່າງປະ​ເທ​ດວ່າ,ລັດ​ເຊຍ​​ໄດ້​ສະ​ແດງ​ຄວາ​ມ​ເສຍ​ໃຈຕໍ່ອາ​ເມ​ລິ​ກາ​ທີ່​ໄດ້​ເລື່ອນ​​ເວລາ​ຈັດການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ຊິ​ລີ​ລະຫວ່າງ​ລັດ​ເຊຍ​ແລະ​ອາ​ເມ​ລິ​ກາທີ່​ໄດ້ຕົກລົງ​ກັນຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ28ສິງຫານີ້.ທ່ານ​ກ່າວ​ວ່າ,ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ຊິ​ລີ​ຄັ້ງ​ນີ້​ແມ່​ນ​ໄດ້​ຕົກລົງ​ກັນ​ໃນ​ກອງ​​ປະຊຸມ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ແລະລັດຖະມົນຕີ​ປ້ອງ​ກັນ​ປະ​ເທດລະຫວ່າງ​ລັດ​ເຊຍ​​ແລະອາ​ເມ​ລິ​ກາ​​ທີ່​ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ9ສິງຫານີ້,ສອງ​ຝ່າຍ​ເຫັນ​ດີ​ນໍາ​ການ​ດໍາ​ເນີນ​ການ​ປຶກສາ​ຫາລື​​ກ່ຽວ​ກັບການ​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຊີ​ລີ.​ແຕ່​ວ່າອາ​ເມ​ລິ​ກາເລື່ອນ​ເວລາ​ຈັດການ​ເຈລະຈາ​ທີ່​ລາ​ໄຮ​ໃນຄັ້ງ​ນີ້​ແມ່ນ​ເພື່ອ​ສົ່ງ​ສັນຍານ​ທີ່ກົງກັນຂ້າມໃຫ້​ແກ່​ຝ່າຍ​ຕໍ່ຕ້ານ​ຂອງ​ຊີ​ລີ​ແລ​ະສົ່ງ​ເສີມ​ເຂົາ​ເຈົ້າ​ຝາກຄວາມ​ຫວັງ​ໄວ້​ຢູ່​ນໍາ​ການ​ແຊກ​​ແຊງ​ຈາກ​ອິດ​ທິກໍາລັງ​ພາຍ​ນອກ.


ທ່ານ​ເອ​ລິກຊານ​​ເດີ ລຸ​ຄາ​ເຊວິດກ່າວ​ເນັ້ນ​ວ່າ,ສິ່ງ​ທີ່​ຮີບ​ດ່ວນ​ທີ່​ສຸດ​ໃນ​ປັດຈຸບັນ​ແມ່ນ​ຈັດ​ກອງປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຊີ​ລີ.ທ່ານ​ຍັງ​ໄດ້​ກ່າວ​ວ່າ,ລັດ​ເຊຍ​ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະສາມາດ​ປະ​ຕີ​ບັດ​ຕາ​ມພັນທະ​​ໃນ​ການກະກຽມ​ກອງ​ປະຊຸ​ມຄັ້ງ​ນີ້.