ລັດ​ຖະມົນຕີຊ່ວຍ​ວ່າການ​ກະຊວງການ​ເງິນ​ຈີນ​ຄາດ​ວ່າ ອັດຕາການ​ປະກອບສ່ວນ​ຂອງ​ຈີນເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​​ເສ​ດ​ຖະກິດ​ໂລກຈະ​ບັນລຸ​ເຖິງ27,76%

(GMT+08:00) 2013-08-28 18:07:58     cri

ວັນ​ທີ27ສິງຫານີ້,ທ່ານ​ຈູ່ກວ່າ​ງຢ້າວ,ລັດ​ຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ​ຈີນກ່າວ​ວ່າ,ຖ້າວ່າ​​ເສດຖະກິດ​ຈີນ​ມີ​ການ​ເພີ່ມ​ຂຶ້ນ​​ເຖິງ7,5%,ອັດຕາ​ປະກອບສ່ວນ​​ແຫ່ງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ຈີນ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງ​​ເສ​ດ​ຖະກິດ​ໂລກຈະ​ບັນລຸ​ເຖິງ27,76%.


ທ່ານ​ຈູ່ກວ່າ​ງຢ້າວ​ໄດ້ປະກອບ​ຄໍາ​ຄິດ​ຄໍາ​​​ເຫັນ​ດັ່ງ​ກ່າວ​ເມື່ອ​ເວົ້າ​​ເຖິງການປະກອບສ່ວນ​ຂອງ​ເສດຖະກິດ​ຈີນ​ຕໍ່​ການ​ເຕີບ​ໂຕ​ຂອງ​​ເສ​ດ​ຖະກິດ​ໂລກ​ໃນ​ກອງ​ປະຊຸມ​ຂ່າວ​ຕໍ່​ສື່​ມວນ​ຊົນ​ພາຍ​ໃນ​ແລ​ະຕ່າງປະ​ເທດ​ທີ່​ຈັດ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຈີນ.ທ່ານ​ໄດ້​ຊີ້​ອອກ​ວ່າ,ຕາມ​ການ​ຄາດ​ຄະ​ເນ​ຂອງIMF, ອັດຕາ​​ເຕີບ​​ໂຕ​ຂອງ​ເສດ​ຖະກິດ​​ໂລກ​​ໃນ​ປີ2013​ແມ່ນ3,1%,ຖ້າວ່າ​​ເສດຖະກິດ​ຈີນ​ມີ​ການ​ເພີ່ມ​ຂຶ້ນ​​ເຖິງ7,5%,ອັດຕາ​ປະກອບສ່ວນ​ຂອງ​ເສດຖະກິດ​ຈີນ​ຕໍ່​ການ​ເຕີບ​ໂຕ​ຂອງ​​ເສ​ດ​ຖະກິດ​ໂລກຈະ​ບັນລຸ​ເຖິງ27,76%.ທ່ານ​ກ່າວ​ເນັ້ນ​ວ່າ,ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ໝັ້ນ​​ໃຈ​ຈ​ະ​ບັນລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ອັດຕາ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ຈີນ​​ໃນ​ປີ2013ບັນລຸ​ເຖິງ7,5%​ແລະ​ຮັກສາ​​ໃຫ້ອັດຕາ​ເງິນ​​ເຟີ້​ຕໍ່າ​ກວ່າ3,5%.ປະຊາຊົນ​ຈີນ​ແລ​ະທົ່ວ​​ໂລກ​ຈະ​​ໄດ້ຮັບ​ຜົນ​ປະ​​ໂຫຍ​ດຈາກ​ການ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ຈີນ.