ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຮັກສາ​ຄວາມ​ອົດ​ທົນ​ແລະ​ໃຈ​ເຢັນ​ຕໍ່​ສະຖານະ​ການ​ຢູ່ຊີຣີ

(GMT+08:00) 2013-08-29 10:57:32     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 28 ສິງຫາ​ນີ້, ທ່ານ​ຫວັງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຊິນ​ຮວາ ​ແລະ ​ໄດ້​ສະ​ແດງ​ຄວາມ​ເຫັນ​ຂອງ​ຈີນທີ່​ມີ​ຕໍ່​ສະຖານະ​ການ​ຢູ່​ຊີຣີ​ໃນ​ປັດຈຸບັນ.

ທ່ານ​ຫວາງ​ອີ້ ກ່າວ​ວ່າ: ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງຕໍ່​ການ​ຜັນ​ແປຫຼ້າສຸດ​ຂອງ​ສະຖານະ​ການ​ຢູ່​ຊີຣີ. ຈີນ​ເດັດດ່ຽວ​ຄັດຄ້ານ​ການ​ໃຊ້​ອາວຸດ​ເຄມີ​ຢູ່​ຊີຣີ​ເຊິ່ງບໍ່​ວ່າ​ຝ່າຍ​ໃດ​ກໍ​ຕາມ, ສະໜັບສະໜູນ​ໜ່ວຍ​ກວດກາ​ບັນຫາ​ການ​ໃຊ້ວຸດ​ເຄມີ​ຢູ່​ຊີຣີຂອງສະຫະ​ປະຊາ​ຊາດ​ດຳ​ເນີນ​ການ​ກວດກາ​ຢ່າງ​ເປັນ​ອິດສະຫຼະ, ພາວະ​ວິ​ໄສ, ທ່ຽງ​ທຳ ​ແລະ ດ້ວຍ​ວິຊາ​ສະ​ເພາະ. ປັດຈຸບັນ​ນີ້ ຄວນຫຼີກ​ເວັ້ນບໍ່​ໃຫ້​ມີ​ການ​ລົບ​ກວນ​ຕໍ່​​ການ​ກວດກາ, ກໍຄວນຫຼີກ​ເວັ້ນການ​ຄາດ​ເດົາ​ແລະ​ກຳນົດ​ຜົນ​ການ​ກວດກາ​ລ່ວງ​ໜ້າ.

ທ່ານ​ຫວາງ​ອີ ກ່າວ​ວ່າ​ເນັ້ນວ່າ: ການ​ແກ້​ໄຂ​ດ້ວຍ​ຊ່ອງ​ທາງ​ການ​ເມືອງ ​ແມ່ນ​ທາງອອກ​ຕົວ​ຈິງ​ພຽງ​ຊ່ອງ​ທາງ​ດຽວຢ່າງສະ​ເໝີ​ຕົ້ນສະ​ເໝີ​ປາຍ​ໃນ​ການ​ແກ້​ໄຂ​ບັນຫາ​ຊີຣີ. ການ​ເຂົ້າ​ແຊກ​​ແຊງ​ດ້ວຍ​ກຳລັງ​ທະຫານ​ຈາກ​ພາຍ​ນອກ ​ໄດ້​ຝືນ​ກັບ​ຈຸດປະສົງ​ຂອງ "ກົດ​ບັດ​ສະຫະ​ປະຊາ​ຊາດ" ​ແລະຫຼັກມາດຖານ​ພື້ນຖານ​ຂອງ​ການ​ພົວພັນ​ລະຫວ່າງ​ຊາດ, ​ແລະ​ຈະ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ປັ່ນ​ປ່ວນ​ວຸ້ນວາຍ​ຍິ່ງ​ຂຶ້ນ. ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຮັກສາ​ຄວາມ​ອົດ​ກັ້ນ​ແລະ​ໃຈ​ເຢັນ, ຍຶດໝັ້ນຊ່ອງທາງແກ້ໄຂທີ່ຖືກຕ້ອງຄື ຕ້ອງແກ້ໄຂດ້ວຍຊ່ອງທາງການ ເມືອງເທົ່າ​ນັ້ນ.