ພັກ​ຝ່າຍ​ຄ້ານ​ກຳປູ​ເຈຍ​ຈະ​ຈັດ​ງານ​ຊຸມນຸມ​​ເພື່ອປະ​ທ້ວງຜົນ​ການ​ເລືອກ​ຕັ້ງທົ່ວ​ໄປ

(GMT+08:00) 2013-08-29 15:31:12     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 28 ສິງຫານີ້, ພັກກູ້ຊາດ ເຊິ່ງແມ່ນພັກ​ຝ່າຍ​ຄ້ານ​ຂອງ​ກຳປູ​ເຈຍ​ໄດ້​ປະກາດ​ວ່າ ຈະ​ຈັດ​ງານ​ຊຸມນຸມ​ປະ​ທ້ວງ​ແບບ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ວັນ​ທີ 7 ກັນຍາ​ນີ້, ​ເພື່ອ​ປະ​ທ້ວງ​ຜົນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃນ​ເບື້ອງ​ຕົ້ນທີ່​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ​ປະກາດ​ໃນ​ວັນ​ທີ 12 ສິງຫາ​ນີ້ ​ແລະ ວິທີ​​ແກ້​ໄຂ​ຄຳ​ຮ້ອງ​ຟ້ອງ​ຂອງ​ພັກ​ກູ້​ຊາດ.

ວັນ​ທີ 12 ສິງຫານີ້, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ ກ່າວ​ວ່າ: ພັກ​ປະຊາຊົນ ​ເຊິ່ງ​ເປັນ​ພັກ​ກຳ​ອຳນາດ​ຊີງ​ໄດ້ 68 ບ່ອນ​ນັ່ງ​ໃນ​ຈຳນວນ 123 ບ່ອນ​ນັ່ງ. ​ແຕ່​ພັກ​ກູ້​ຊາດ ​ເຊິ່ງ​​ເປັນ​ພັກ​ຝ່າຍ​ຄ້ານ ປະຕິ​ເສດ​ບໍ່​ຍອມຮັບຜົນ​ດັ່ງກ່າວ, ​ແລະຮຽກຮ້ອງ​ໃຫ້​ສ້າງຕັ້ງຄະນະ​ກຳມະການ​ກວດກາອິດສະຫຼະ ​ເພື່ອ​ດຳ​ເນີນ​ການ​ກວດກາ​ຕໍ່​ບັນຫາ​ທີ່​ກ່ຽວຂ້ອງ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃນຄັ້ງນີ້. ທ່ານ​ເຕັບ​ນີທາ, ​ເລຂາທິການ​ຄະນະ​ກຳມະການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ກ່າວ​ວ່າ: ຜົນ​ການ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ​ໄດ້​ປະກາດ​ອອກ​ມາ​ແລ້ວ, ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງຕັ້ງຄະນະ​ກຳມະການ​ກວດກາ​ອິດສະຫຼະ, ຜົນ​​ຂອງການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ຄັ້ງນີ້​ຈະ​ປະກາດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 8 ກັນຍາ​ໜ້າ​ນີ້.

ພາຍຫຼັງການ​ເລືອກຕັ້ງສະພາ​ແຫ່ງ​ຊາດ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ພັກ​ກູ້​ຊາດ​ໄດ້​ກ່າວຫຼາຍ​ເທື່ອ​ວ່າ: ຖ້າ​ບໍ່​ສາມາດ​ສ້າງຕັ້ງຄະນະ​ກຳມະການ​ກວດກາ​ອິດສະຫຼະ​ເພື່ອ​ດຳ​ເນີນ​ການ​ກວດກາ​ການ​ກະທຳ​ຜິດ​ກົດ​ລະບຽບ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ຄັ້ງນີ້​ແລ້ວ, ພັກ​ດັ່ງກ່າວ​ຈະ​ເຄື່ອນ​ໄຫວ​ຕໍ່ຕ້ານ​ກັບ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່, ​ແລະ​ປຸກລະດົມ​ກໍ່​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ກຳປູ​ເຈຍ, ພ້ອມ​ກັນນັ້ນກໍ​ຈະ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ປະຕິ​ເສດ​ບໍ່ຮັບ​ຮອງລັດຖະບານ​ຊຸດ​ໃໝ່.