ນັກ​ທ່ອງ​ທ່ຽວ​ຈີນ​ເກີດ​ອຸປະຕິ​ເຫດ​ເຮືອ​ຕຳ​ກັນ​ຢູ່​ພັດທະຍາ​ຂອງ​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ2ຄົນ​​ໄດ້​ຮັບ​ບາດ​ເຈັບ7ຄົນ​

(GMT+08:00) 2013-08-29 14:23:54     cri
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ28ສິງຫາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ຄະນະ​ທ່ອງ​ທ່ຽວ​ຈີນ​ໄດ້​ເກີດ​ອຸປະຕິ​ເຫດ​ເຮືອ​ຕຳ​ກັນ​ຢູ່​ພັດທະ​ຍາເຊິ່ງ​ເປັນ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ໄທ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ2ຄົນ, ​ໄດ້​ຮັບ​ບາດ​ເຈັບ7ຄົນ​.

ທ່ານ​ກ່າວ ຈື້ນ ຖີງ, ທີ່​ປຶກສາ​ຂອງ​ສະຖານທູດ​ຈີນ​ປະຈຳ​ໄທ​ໄດ້​ນຳພາ​​ເຈົ້າ​ໜ້າ​ທີ່​ເດີນທາງ​​ເຖິງ​ບ່ອນ​ເກີດ​ອຸປະຕິ​ເຫ​ດ, ​ແລະ​ເດີນ​ທາງ​ໄປ​ໂຮງໝໍ​​ເພື່ອຢ້ຽມຢາມ​ຜູ້​ໄດ້​ຮັບ​ບາດ​ເຈັບ. ທ່ານ​ກ່າວ ຈື້ນ ຖີງກ່າວ​ວ່າ, ສະຖານ​ທູດ​ຈີນ​ປະຈຳ​ໄທ​ໄດ້​ພົບ​ກັບ​ຫົວໜ້າ​ຂອງ​ບັນຊາ​ການຕຳຫຼວດ​ໄທ, ​ແລະ​ໄດ້ຕໍ່​ວ່າ​ທັກ​ທ້ວງ​ຕໍ່​ກະຊວງ​ຄົມມະນາຄົມ​ໄທ, ຈັງຫວັດ​ຊົນ​ບູລີ​ແລະ​​ເຈົ້າ​ເມືອງພັດທະ​ຍາ, ​ແລະ​ເຕືອນ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ໄທຈົ່ງ​ສືບສວນ​ຫາ​ສາ​ເຫດ​ຂອງ​ການ​ເກີດອຸປະຕິ​ເຫ​ດຄັ້ງ​ນີ້​ໂດຍ​ໄວ, ພ້ອມ​ກັນ​ນັ້ນ​ນຳ​ໃຊ້​ມາດ​ຕະການ​ຕົວ​ຈິງເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ.