ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ10ປະ​ເທດ​ອາ​ຊຽນຕົກລົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ແລະຄວາມ​ໝັ້ນຄົງ

(GMT+08:00) 2013-08-29 14:24:38     cri
ຕາມ​ຂ່າວCRI:ວັນ​ທີ28ສິງຫາ​ນີ້, ລັດຖະມົນຕີ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດ​ຫຼືຜູ້​ຕາງໜ້າຂອງ10ປະ​ເທດ​ອາ​ຊຽນ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ​ບັນ​ດາ​ເຊຣີ​ເບ​ກາ​ວັນ​ຂອງບຼູ​ໄນ, ​ໂດຍ​ໄດ້ຕົກລົງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ການ​ທະຫານ​ແລະ​ຄວາມ​ໝັ້ນຄົງຂອງ​ພາກ​ພື້ນ​.

ຜູ້​ຮັບຜິດຊອບກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​​ໂດຍ​ກ່າວວ່າ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໄດ້ກ່າວ​​ເນັ້ນ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ໃນ​ການ​ສ້າງ​ປະຊາ​ຄົມ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ຂອງ​ອາ​ຊຽນ, ​ໂດຍກ່າວ​ຢ້ຳການ​ຮ່ວມ​ມື​ພາຍ​ໃຕ້​ກົນ​ໄກ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ແລະ ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ, ​ເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ແລະ​ການ​ປ້ອງ​ກັນ​ຮ່ວມ​ກັນ. ລັດຖະມົນຕີ​​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ຊຽນໄດ້​ຕົກລົງສືບ​ຕໍ່​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ໃນຂົງ​ເຂດຄວາມ​ປອດ​ໄພ​ບໍ່​ເປັນ​ມູນ​ເຊື້ອ​ເຊັ່ນ: ການ​ຊ່ວຍ​ເຫຼືອດ້ານ​ລັດທິ​ມະນຸດສະທຳ, ການຊ່ອຍ​​ເຫຼືອກູ້ໄພ​ແລະຄວາມ​ປອດ​ໄພ​ທາງ​ທະ​ເລ​.

ລັດຖະມົນຕີ​ປ້ອງ​ກັນປະ​ເທດ​ອາ​ຊຽນຍັງ​ໄດ້​ປຶກສາ​ຫາ​ລື​ກັນກ່ຽວ​ກັບ​ການ​ພັດທະນາ​ແລະ​ເພີ່ມ​ທະວີ​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນປະ​ເທດ​ອາ​ຊຽນ​ແລະ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາຊຽນ​ແນວ​ໃດ, ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ກ່າວ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຍຶດໝັ້ນຖານະ​ແກນນຳ​​ຂອງ​ອາ​ຊຽນ​ໃນ​ການຊຸກຍູ້​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​​ປ້ອງ​ກັນ​ປະ​ເທດ​.

ນອກ​ນີ້, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນກັບ​ເຈົ້າ​ໜ້າທີ່​ອາວຸ​ໂສ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ໄດ້​ປຶກສາ​ຫາ​ລື​ຢ່າງ​ເລິກ​ເຊິ່ງກ່ຽວກັບ​ຫົວ​ຂໍ້​ການ​ປ້ອງ​ກັນຄວາມ​ປອດ​ໄພ​ໃນພາກ​ພື້ນ​ແລະ​ທົ່ວ​ໂລກ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຫຼື​ຜູ້​ຕາງໜ້າ​ຂອງ10ປະ​ເທດ​ອາ​ຊຽນ​ແລະ​ອົສຕຼາລີ, ຈີນ, ອິນ​​ເດຍ, ຍີ່ປຸ່ນ, ນູ​ແວນ​ເຊ​ລັງ, ຣັດ​ເຊຍ, ສ.​ເກົາຫຼີ​ແລະອາ​ເມ​ລິ​ກາ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປີດ​ກວ້າງ​ລະດັບລັດຖະມົນຕີ​​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຄັ້ງ​ທີ2ຢູ່​ນະຄອນຫຼວງບັນດາ​ເຊຣີ​ເບ​ກາ​ວັນ​ຂອງ​ບຼູ​​ໄນ. ທ່ານ​ສາງ ວ້ານ ຊວນ, ທີ່​ປຶກສາ​​ແຫ່ງ​ລັດ​ຈີນ​ທັງ​ເປັນ​ລັດຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຈະ​ນຳພາ​ຄະນະ​ຜູ້​ແທນ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ແລະ​ພົບ​ປະ​ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈຳນວນ​ໜຶ່ງ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ.